ເພີ່ມທະວີປະສິດທິຜົນການເຄື່ອນໄຫວພົວພັນປະຊາຊົນຕ່າງປະເທດ

ເພີ່ມທະວີປະສິດທິຜົນການເຄື່ອນໄຫວພົວພັນປະຊາຊົນຕ່າງປະເທດ - ảnh 1
ທ່ານ​ປະທານ​ສະຫະ​ສະມາຄົມ​ບັນດາ​ອົງການ​
ມິດຕະພາບ ຫວຽດນາມ ຫວູຊວນ​ຮົ່ງ
(ພາບສຳນັກຂ່າວສານຫວຽດນາມ)

(vovworld) – ​ ​ ວັນ​ທີ 14/06 ຢູ່​ຮ່າ​ໂນ້ຍ, ສະຫະ​ສະມາຄົມ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໄດ້​ຈັດ​ງານ​ພົບ​ປະ​ສັງ​ສັນ​ກັບ​ຄະນະ​ເອກ​ອັກ​ຄະ​ລັດຖະທູດ, ຫົວໜ້າ​ອົງການ​ຕາງໜ້າ​ຂອງ ຫວຽດນາມ ປະຈຳ​ຕ່າງປະ​ເທດ​ອາຍຸ​ການ 2016 – 2019. ສະ​ແດງຄວາມ​ເປັນ​ກຽດ​ທີ່ໄດ້​ຕ້ອນຮັບ​ບັນດາ​ທ່ານ​ເອກ​ອັກ​ຄະ​ລັດຖະທູດ​, ຫົວ​ໜ້າ​ອົງການ​ຕາງໜ້າ ຫວຽດນາມ ກ່ອນ​ທີ່ຈະ​ໄປ​ຮັບໜ້າ​ທີ່, ທ່ານ​ປະທານ​ສະຫະ​ສະມາຄົມ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຫວູຊວນ​ຮົ່ງ ​ໃຫ້​ຮູ້​ວ່າ: ພ້ອມ​ກັບ​ວິວັດ​ການ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ປະ​ເທດ​ຊາດ, ສະຫະ​ສະມາຄົມ​ໄດ້​ສ້າງ​ຕາໜ່າງຄູ່​ຮ່ວມ​ມື​ສາກົນນັບ​ພັນ​ຄູ່ຮ່ວມ​ມື​ຈາກ​ຂອບ​ເຂດ 2 ຝ່າຍ​ເຖິງ​ຫລາຍ​ຝ່າຍ​ຢູ່​ບັນດາທະວີບ​ໃນ​ໂລກ, ພິ​ເສດ​ແມ່ນ​ບັນດາ​ພາກ​ພື້ນ​ຈຸດ​ສຸມ. ທ່ານ ຫວູຊວນ​ຮົ່ງ ສະ​ເໜີ​ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ອົງການ​ຕາງໜ້າຂອງ ຫວຽດນາມ ປະຈຳຕ່າງປະ​ເທດ​ເອົາ​ໃຈ​ໃສ່​ສົມທົບ​​ກັບ​ສະຫະ​ສະມາຄົມ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໃນ​ວຽກ​ງານ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື, ຄວາມ​ສາມັກຄີ, ມິດຕະພາບ, ການພົວພັນແລກປ່ຽນ​ປະຊາຊົນ ​ແລະ ວຽກ​ງານ​ອົງການບໍ່​ຂຶ້ນ​ກັບ​ລັດຖະບານຂອງ​ຕ່າງປະ​ເທດ. ບັນດາ​​ເອກ​ອັກຄະ​ລັດຖະທູດ, ຫົວ​ໜ້າ​ອົງການ​ຕາງໜ້າ ຫວຽດນາມ ປະຈຳ​ຕ່າງປະ​ເທດ​ລ້ວນ​ແຕ່​​ເຫັນ​ດີ​ເປັນ​ເອກະ​ພາບວ່າ ​ໃນຖານະ​ຕຳ​ແໜ່​ງ ໃໝ່​ຈະ​ສົມທົບ​ກັບ​ສະຫະ​ສະມາຄົມ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຢ່າງ​​ແໜ້ນ​ແຟ້ນ ​ເພື່ອ​ແນ​ໃສ່​ປະຕິບັດ​ບັນດາ​ໜ້າ​ທີ່​ພົວພັນຕ່າງປະ​ເ​ທດຂອງ​ພັກ, ລັດ ​ແລະ ວຽກ​ງານພົວພັນ​ແລ​ກ ປ່ຽນ​ປະຊາຊົນ​ໃຫ້​ມີ​ປະສິດທິ​ຜົນ.

 

ຂ່າວ/ບົດ​ອື່ນ