(vovworld) - ຕອນເຊົ້າວັນທີ 23/04, ກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດກອງປະຊຸມຄົ້ນຄວ້າ, ຊາບຊືມ, ປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກ (ຊຸດທີ 11) ກ່ຽວກັບ “ຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່”; ສະຫຼຸບ 8 ປີແຫ່ງການປະຕິບັດຄຳສັ່ງຂອງກົມການເມືອງ (ຊຸດທີ 10) ກ່ຽວກັບການ “ເພີ່ມທະວີການຊີ້ນຳວຽກງານຮັບປະກັນການປ້ອງກັນຄວາມສະຫງົບແຫ່ງຊາດໃນສະພາບການໃໝ່”. ຢູ່ທີ່ນີ້, ທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເຈີນດ້າຍກວາງ ຊີ້ແຈ້ງວ່າ: ໃນໄລຍະ 10 ປີຜ່ານມາ, ສະພາບການສາກົນ ແລະ ພາກພື້ນມີການເຄື່ອນໄຫວທີ່ສັບສົນ, ບັນດາກຳລັງທີ່ເປັນປໍລະປັກເພີ່ມບັນດາການເຄື່ອນໄຫວຕ້ານຫວຽດນາມ, ແຕ່ພາຍໃຕ້ການຊີ້ນຳ, ນຳພາອັນສະຫຼາດສ່ອງໄສຂອງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ, ຂະແໜງຕຳຫຼວດບັນລຸໄດ້ບັນດາໝາກຜົນສຳຄັນໃນການປະຕິບັດຈຸດໝາຍ, ພາລະໜ້າທີ່ປົກປັກຮັກສາປະເທດຊາດ. ທ່ານລັດຖະມົນຕີ ເຈີນດ້າຍກວາງ ສະເໜີວ່າ ທົ່ວກຳລັງເປັນເຈົ້າການ, ມີຫົວຄິດປະດິດສ້າງໃນວຽກງານຫັນເປັນບັນດາໂຄງການ, ແຜນການເຄື່ອນໄຫວຢ່າງລະອຽດ ຕິດພັນກັບສະພາບຕົວຈິງຂອງວຽກງານ, ຕໍ່ສູ້ ແລະ ສ້າງກຳລັງຂອງກົມກອງ, ທ້ອງຖິ່ນ. ພ້ອມທັງປະຕິບັດບົດບາດເປັນແກ່ນສານໃນວຽກງານເສນາທິການກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນເປັນຢ່າງດີ; ຈັດຕັ້ງການປະຕິບັດຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່ຢ່າງມີໄຊ.