ບັນດາບຸກຄົນໄດ້ຮັບໃບຍ້ອງຍໍ |
(vovworld) - ກອງປະຊຸມທົ່ວປະເທດສະຫລຸບວຽກງານໃຫ້ຖະແຫຼງຂ່າວໃຫ້ຕ່າງປະເທດປີ 2016 ຖືກຈັດຕັ້ງໃນວັນທີ 18/1, ຢູ່ຮ່າໂນ້ຍ, ໂດຍຄະນະໂຄສະນາສຶກສາສູນກາງສົມທົບກັບຄະນະຊີ້ນຳວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດສູນກາງຈັດຕັ້ງ, ອັນໄດ້ດຶງດູດຜູ້ແທນເຊິ່ງຕາງໜ້າບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງການເມືອງ - ສັງຄົມ...ກ່ວາ 600 ຄົນເຂົ້າຮ່ວມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫວໍວັນຟວງ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ, ໃຫ້ຮູ້ວ່າ:
“ຜ່ານບັນດາຊ່ອງຂ່າວທາງການເມືອງ, ການຕ່າງປະເທດ 2 ຝ່າຍ ແລະ ຫຼາຍຝ່າຍ, ພາກພື້ນ ແລະ ສາກົນ, ຜ່ານການເຄື່ອນໄຫວຂອງບັນດາອົງການສື່ມວນຊົນ, ພວກຂ້າພະເຈົ້າໄດ້ສ່ອງແສງແຈ້ງຫຼັກໝັ້ນຂອງ ຫວຽດນາມ ແລະ ຢືດໝັ້ນ ແລະ ເດັດດຽວໃນການຕໍ່ສູ້ປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ພ້ອມທັງຊຸກຍູ້ການຮ່ວມມືມິດຕະພາບ, ມານະພະຍາຍາມເຈລະຈາເພື່ອຊອກຫາມາດຕະການພື້ນຖານ, ຍາວນານໃຫ້ແກ່ບັນຫາທະເລຕາເວັນອອກ, ຮັກສາຄວາມສາມັກຄີໃນອາຊຽນ.”