ເພີ່ມອັດຕາສ່ວນແມ່ຍິງເຂົ້າຮ່ວມສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນຕ່າງໆ

ເພີ່ມອັດຕາສ່ວນແມ່ຍິງເຂົ້າຮ່ວມສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນຕ່າງໆ - ảnh 1
(ພາບປະກອບ)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 6/11 ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ແຮງ​ງານ​ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ, ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ເພື່ອ​ຄວາມ​ກ້າວ​ໜ້າ​ຂອງ​ແມ່​ຍິງ​ຫວຽດ​ນາມ ສົມ​ທົບ​ກັບ​ສະ​ຖານ​ທູດ​ອົດ​ສະ​ຕາ​ລີປະ​ຈຳ​ຫວຽດ​ນາມ ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ, ແບ່ງ​ປັນ​ບົດ​ຮຽນ ເພື່ອ​ຊຸກ​ຍູ້​ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ​ໃນ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆ. ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ໃຫ້​ຮູ້​ວ່າ: ໃນຫຼາຍ​ທົດ​ສະ​ຫວັດ​ຜ່ານ​ມາ, ຫວຽດ​ນາມ​ແມ່ນ​ປະ​ເທດ​ທີ່​ມີ​ພື້ນ​ຖານ​ດີ​ ໃນ​ການ​ຮັບ​ປະ​ກັນ​ສິດ​ໃຫ້​ແກ່​ແມ່​ຍິງ​ເຂົ້າ​ຮ່ວມ​ຂົງ​ເຂດ​ການ​ເມືອງ. ​ອັດ​ຕາ​​ສ່ວນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​​ຍິງ ຊຸດ​ທີ 13 ບັນ​ລຸກວ່າ 24%. ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ ຫງວຽນ​ຈ້ອງ​ດ່າມ ຢັ້ງ​ຢືນ​ວ່າ:

        “ວິ​ວັດ​ການ​ສູ້​ຊົນ​ບັນ​ລຸ​ໄດ້​ບັນ​ດາ​ເປົ້າ​ໝາຍ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ​ຢ່າງ​ແທ້​ຈິງ ແມ່ນ​ໄລ​ຍະ​ຍາວ ແລະ ຮຽກ​ຮ້ອງ​ໃຫ້​ພວກ​ເຮົາ​ ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ປະ​ກາດ​ໃຊ້ ແລະ ປະ​ຕິ​ບັດ​ນະ​ໂຍ​ບາຍກໍ່​ຄື​ ຊອກ​ຫາ​ບັນ​ດາ​ກົນ​ໄກ​ທີ່​ເໝາະ​ສົມ ເພື່ອ​ໃຫ້​ແມ່​ຍິງ ແລະ ເດັກ​ຍິງ​ໄດ້​ເຂົ້າ​ຮ່ວມ, ໄດ້​ຊົມ​ໃຊ້​ບັນ​ດາ​ໝາກ​ຜົນ​ຂອງ​ການ​ພັດ​ທະ​ນາ​ເສດ​ຖະ​ກ​ິ​ດ-​ສັງ​ຄົມ​ທີ່​ນຳ​ມາ​ໃຫ້​ດ້ວຍ​ຄວາມ​ຍຸດ​ຕິ​ທຳ. ໃນ​ນັ້ນ, ມີ​ເລື່ອງ​ເພດ​ຍິງ​ເຂົ້າ​ຮ່ວມ​​ໃນ​ບັນ​ດາ​​ຕຳ​ແໜ່ງ​ສຳ​ຄັນ ເພື່ອ​ເສີມ​ຂະ​ຫຍາຍ​ພາ​ລະ​ບົດ​ບາດ​ຂອງ​ຕົນ​ເອງ​ໃນ​ສັງ​ຄົມ”.

ຂ່າວ/ບົດ​ອື່ນ