ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel
photo:new.go.vn
|
(vovworld) - ວັນທີ 26/3, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ຢືນຢັນວ່າ: ວິກິດການຢູ່ ຢູແກຼນ ຄວນແກ້ໄຂຜ່ານບັນດາມາດຕະການການເມືອງ ແທນທີ່ຈັດວາງການ ລົງໂທດເສດຖະກິດຕື່ມອີກຕໍ່ ລັດເຊຍ. ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບນະໂຍບາຍປະຈຸບັນຂອງເຢຍລະມັນສຳລັບລັດເຊຍ, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Merkel ຊີ້ແຈ້ງວ່າ: ສະຫະພາບເອີລົບ (EU) ໄດ້ນຳໃຊ້ຄຳສັ່ງ ລົງໂທດ ລະດັບ 2 ສຳລັບລັດເຊຍ. ເຖິງຢ່າງໃດກໍຕາມ, ອີຢູ ຍັງບໍ່ທັນນຳໃຊ້ການ ລົງໂທດ ລະດັບ 3 ນັ້ນແມ່ນ: ລົງໂທດດ້ານເສດຖະກິດ, ເວັ້ນເສຍແຕ່ບັນດາຜະລິດຕະພັນຢູ່ Crimea. ໃນຂະນະນັ້ນ, ຜູ້ຊ່ຽວຊານດ້ານເສດຖະກິດຫລາຍທ່ານຂອງ ເຢຍລະມັນ ຖືວ່າ: ການ ລົງໂທດລະດັບ 3 ສຳລັບລັດເຊຍ ຈະສົ່ງຜົນກະທົບຢ່າງຫຍໍ້ທໍ້ເຖິງພື້ນຖານເສດຖະກິດ ເຢຍລະມັນ. ວົງເງິນການຄ້າ ເຢຍລະມັນ - ລັດເຊຍ ປີ 2013 ບັນລຸໄດ້ 76 ຕື້ ເອີໂຣ ປະຈຸບັນ ມີບໍລິສັດເຢຍລະມັນປະມານ 6000 ແຫ່ງພວມລົງທຶນ ແລະ ຮ່ວມມືກັບລັດເຊຍ. ແລະ ມີຄົນງານ 300.000 ຄົນແມ່ນອີງໃສ່ການພົວພັນເສດຖະກິດກັບລັດເຊຍ.