(ພາບປະກອບຈາກ Getty) |
(vovworld) – ວັນທີ 25/2, ສະພາແຫ່ງຊາດ ເຢຍລະມັນ ໄດ້ຮັບຮອງເອົາໝວດກົດໝາຍທີ່ສອງກ່ຽວກັບຊາວອົບພະຍົບ. ແຕ່ຕໍ່ໄປນີ້, ຊາວອົບພະຍົບເຂົ້າເມືອງເຂົ້າ ເຢຍລະມັນ ຈະໄດ້ຮັບການຈຳແນກ ແລະ ສິດຜົນປະໂຫຍດຂອງບັນດາກຸ່ມຊາວອົບພະຍົບນີ້ກໍ່ຈະແຕກຕ່າງກັນ. ຕາມກົດໝາຍແລ້ວ, ຊາວອົບພະຍົບເຂົ້າເມືອງ ເຢຍລະມັນ ໄດ້ຮັບການຈຳແນກເພື່ອກຳນົດວ່າ: ເປົ້າໝາຍໄດ້ຮັບຖືວ່າ “ບໍ່ເປັນອັນຕະລາຍກ່ອນໝູ່ໝົດ”, ເຂົາເຈົ້າຈະໄດ້ສົ່ງເຖິງບັນດາຮາກຖານພິເສດ, ສຳເນົາເອກະສານໄດ້ຮັບການພິຈາລະນາຢ່າງວ່ອງໄວ. ໃນໄລຍະທີ່ພັກອາໄສຢູ່ ເຢຍລະມັນ, ບັນດາບຸກຄົນດັ່ງກ່າວບໍ່ໄດ້ເລືອກບ່ອນຢູ່ໂດຍເສລີ. ຊາວອົບພະຍົບຜູ້ທີ່ໄດ້ຮັບການຊ່ວຍເຫຼືອ ແລະ ອຸດໜູນຕາມປົກກະຕິແມ່ນບັນດາຜູ້ທີ່ບໍ່ນອນໃນເປົ້າໝາຍຮັບຖານະເປັນຊາວລົບໄພຕາມສົນທິສັນຍາ ເຊີແນວ, ແຕ່ບໍ່ອາດຖືກສົ່ງກັບຄືນບ້ານເກີດເມືອງນອນຍ້ອນວ່າເຂົາເຈົ້າຈະມີໄພອັນຕະລາຍທີ່ຕ້ອງປະເຊີນໜ້າກັບການທໍລະມານ ຫຼື ປະຫານຊີວິດ. ເຂົາເຈົ້າຈະໄດ້ສະໜອງບັດພັກອາໄສເຊິ່ງມີກຳນົດເວລາແມ່ນ 1 ປີ ແລະ ສາມາດຕໍ່ກຳນົດເວລາໃນແຕ່ລະປີ. ພາຍຫຼັງ 2 ປີເຂົາເຈົ້າຈະໄດ້ຮັບເອົາຄອບຄົວຢູ່ນຳ. ຕາມກົດໝາຍສະບັບໃໝ່, ຖ້າຫາກຊາວອົບພະຍົບ ໄປເຢຍລະມັນ ໄດ້ຮຽນຊຸດບຳລຸງສ້າງວິຊາຊີບສຳເລັດຈະໄດ້ເຮັດວຽກຢູ່ ເຢຍລະມັນ ຢ່າງໜ້ອຍສຸດແມ່ນ 2 ປີ. ບັນດາຊຸດຮຽນໂດຍລັດຈ່າຍເງິນໃຫ້ເກືອບທັງໝົດ, ຊາວອົບພະຍົບພຽງແຕ່ປະກອບຕື່ມ 10 ເອີໂຣ/ເດືອນ ເທົ່ານັ້ນ.