(vovworld) - ວັນທີ18/9, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ Bui Quang Vinh ໄດ້ມີການພົບປະກັບທ່ານລັດຖະມົນຕີກະຊວງເສດຖະກິດ ແລະ ເຕັກໂນໂລຊີຫ່ງສາທາລະນະລັດສະຫະພັນເຢຍລະມັນ Philipp Roesler ແລະ ພ້ອມກັນເຂົ້າຮ່ວມພິທີໄຂເວທີປາໄສສົນທະນາຫວຽດນາມ - ເຢຍລະມັນ ແລະ ເປັນສັກຂີພິຍານພິທີລົງນາມໃນສັນຍາຮ່ວມມືສອງຝ່າຍ 2 ສະບັບ. ສອງຝ່າຍໄດ້ເຫັນດີຊຸກຍູ້ການຮ່ວມມືໃນ 3 ຂົງເຂດເຊິ່ງລວມມີ; ພະລັງງານ, ພິເສດແມ່ນພະລັງງານຜະລິດຄືນໃໝ່, ເຕັກໂນໂລຊີ ແລະ ສາທາລະນະສຸກ. ກ່າວຄຳເຫັນທີ່ກອງປະຊຸມຂ່າວ ພາຍຫຼັງການພົບປະກັບທ່ານລັດຖະມົນຕີ Bui Quang Vinh, ທ່ານ ລັດຖະມົນຕີ Philipp Roesler ໄດ້ຢືນຢັນວ່າ. “ສິ່ງສຳຄັນຍິ່ງເຊິ່ງຂ້າພະເຈົ້າຈະຖ່າຍທອດຢູ່ເຢຍລະມັນ ກ່ອນທີ່ກັບເມືອງປະເທດ ແມ່ນຄວາມຕັດສິນໃຈຂອງຝ່າຍຫວຽດນາມ ປາດຖະໜາຢາກເພີ່ມທະວີການພົວພັນດ້ານເສດຖະກິດກັບເຢຍລະມັນ. ພວກຂ້າພະເຈົ້າເຫັນວ່າ, ບັນດາສິ່ງທີ່ນອນໃນຂອບເຂດສິດອຳນາດຂອງກະຊວງແຜນການ ແລະ ການລົງທຶນນັ້ນ ທ່ານລັດຖະມົນຕີ Bui Quang Vinh ໄດ້ໃຫ້ຄຳຕອບຢ່າງວ່າງໄວ ແລະ ຮຽບຮ້ອຍແລ້ວ. ຕາມຂ້າພະເຈົ້າແລ້ວ, ນັ້ນແມ່ນສັນຍາທີ່ດີສຳລັບວົງການນັກທຸລະກິດເຢຍລະມັນ”. ທ່ານລັດຖະມົນຕີ Philipp Roesler ໃຫ້ຮູ້ວ່າ ຝ່າຍເຢຍລະມັນເອົາໃຈໃສ່ເຖິງການໜູນຊ່ວຍຫວຽດນາມ ໃນ 3 ຂົງເຂດດັ່ງກ່າວ. ທ່ານກໍໄດ້ເນັ້ນນັກເຖິງບັນຫາຮ່ວມມືດ້ານພະລັງງານທີ່ຜະລິດຄືນໃໝ່ເປັນພິເສດ ແລະ ຝ່າຍເຢຍລະມັນ ໄດ້ກຽມພ້ອມການມອບໂອນບົດຮຽນໃນຂົງເຂດນີ້ໃຫ້ແກ່ຝ່າຍຫວຽດນາມ.
ສ່ວນຝ່າຍຫວຽດນາມ, ທ່ານລັດຖະມົນຕີ Bui Quang Vinh ໄດ້ເນັ້ນໜັກເຖິງ 3 ຂົງເຂດເຊິ່ງສອງຝ່າຍຫາກໍເຫັນດີຮ່ວມມື ແມ່ນຈຳເປັນໃຫ້ແກ່ຫວຽດນາມ ໃນວິວັດການສ້າງໂຄງປະກອບເສດຖະກິດຄືນໃໝ່ ຕາມທິດໝັ້ນຄົງ, ຍົກສູງກຳລັງແກ່ງແຍ້ງ ແລະ ສະມັດຕະພາບການອອກແຮງງານ. ທ່ານ Bui Quang Vinh ໃຫ້ຮູ້ວ່າ.
“ປະເທດເຢຍລະມັນ ແມ່ນປະເທດອຸດສາຫະກຳທີ່ພັດທະນາຢູ່ເອີລົບ, ມີບັນດາເຕັກໂນໂລຊີສຳຄັນ, ເຕັກໂນໂລຊີສະອາດ, ມີບັນດາບົດຮຽນຄຸ້ມຄອງ, ຊ່ວຍໃຫ້ຫວຽດນາມ ມີເງື່ອນໄຂປົວແປງໂຄງປະກອບເສດຖະກິດຄືນໃໝ່ຂອງຕົນຕາມທິດນັບມື້ນັບທັນສະໄໝ, ເຕັກໂນໂລຊີທີ່ກ້າວໜ້າ, ແທດເໝາະກັບສິ່ງແວດລ້ອມ ແລະ ພັດທະນາຢ່າງໝັ້ນຄົງ. ປີ 2011, ສອງປະເທດໄດ້ຍົກການພົວພັນເປັນຄູ່ຮ່ວມມືຍຸດທະສາດ. ນັ້ນແມ່ນຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ”
ທີ່ການພົບປະ, ສອງຝ່າຍໄດ້ເຫັນດີສ້າງຕັ້ງໜ່ວຍປະຕິບັດງານກ່ຽວກັບໂຄງການ PPP ຢູ່ຫວຽດນາມ, ໂຄງການພາກລັດ ແລະ ພາກເອກະຊົນໃນອະນາຄົດ. ທ່ານລັດຖະມົນຕີ Philipp Roesler ໃຫ້ຮູ້ວ່າ ສະຫະພາບເອີລົບ ຈະເລີ່ມດຳເນີນການເຈລະຈາສັນຍາການຄ້າເສລີ ກັບຫວຽດນາມ. ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນ ຝ່າຍເຢຍລະມັນເວົ້າສະເພາະ ແລະ ສະຫະພາບເອີລົບເວົ້າລວມ ໄດ້ຕີລາຄາສູງບົດບາດ, ທີ່ຕັ້ງຂອງຫວຽດນາມ ໃນອາຊຽນ. ເຢຍລະມັນສະໜັບສະໜູນເລື່ອງ EU ລົງນາມກັບຫວຽດນາມ ກ່ອນທີ່ຈະລົງນາມກັບບັນດາປະເທດອາຊຽນ.