ເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍິນ ຕ້ອນຮັບທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ອາເມລິກາ

(VOVWORLD) - ທີ່ການຕ້ອນຮັບ ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ອາເມລິກາ James Mattis, ໃນຕອນບ່າຍວັນທີ 16 ຕຸລາ , ຢູ່ນະຄອນ ໂຮ່ຈີມິນ, 
ເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍິນ ຕ້ອນຮັບທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ອາເມລິກາ - ảnh 1 ທີ່ການຕ້ອນຮັບ

ທ່ານ ເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍິນ ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍ່ຖື ອາເມລິການ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນ ແລະ ປາຖະໜາຢາກສືບຕໍ່ຊຸກຍູ້ ການພົວພັນຄູ່ຮ່ວມມືຮອບດ້ານ ບົນພື້ນຖານການເຄົາລົບ ເອກະລາດ, ອຳນາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບການເມືອງຂອງກັນ ແລະ ກັນ, ເພື່ອຜົນປະໂຫຍດຂອງ ສອງປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ ໃນພາກພື້ນ ແລະ ໃນໂລກ.

ທ່ານ ຫງວຽນທ້ຽນເຍິນ ສະແດງຄວາມຂອບໃຈຕໍ່ ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ອາເມລິກາ James Mattis ທີ່ໄດ້ມີການປະກອບສ່ວນ ໃນນາມສ່ວນຕົວເຂົ້າໃນການລ້າງທາດພິດຢູ່ ສະໜານບິນ ດ່າໜັງ ສຳເລັດ ແລະ ໃຫ້ຮູ້ວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າຈະສົມທົບກັບ ອາເມລິກາ ເພື່ອພ້ອມກັນປະຕິບັດບັນດາການເຄືຶ່ອນໄຫວດັ່ງກ່າວ, ກໍ່ຄືສືບຕໍ່ບັນດາວຽກງານຊອກຫາອັດຖິທະຫານທີ່ຫາຍສາບສູໃນປາງສົງຄາມ (MIA) ຂອງທັງສອງຝ່າຍ.

ສ່ວນ ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ອາເມລິກາ James Mattis ໃຫ້ຄຳໝັ້ນສັນຍາວ່າຈະແກ້ໄຂບັນດາບັນຫາໃນອະດີດຕະການ ແລະ ຖືວ່າການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ອາເມລິກາ ຈະນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງຝ່າຍ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ