ເລຂາທິການໃຫຍ່ສປຊ:ຕ້ານພະຍາດEbolaຕ້ອງການມີແຫຼ່ງກຳລັງທົບ20ເທົ່າປະຈຸບັນ
ພາບປະກອບ
(vovworld) – ວັນທີ 9/10, ທ່ານເລຂາທິການໃຫຍ່ ສປຊ Ban ki –moon ໄດ້ຮຽກຮ້ອງໃຫ້ປະຊາຄົມໂລກຍູ້ແຮງຄວາມມານະພະຍາຍາມຮັບມືກັບການແຜ່ລະບາດຂອງພະຍາດ Ebola ກ່ອນທີ່ສະພາບການຊົ່ວຮ້າຍລົງ, ທ່ານເນັ້ນໜັກວ່າຕ້ອງລະດົມແຫຼ່ງກຳລັງທັນສະໄໝກ່ວາປະຈຸບັນທົບ 20 ເທົ່າ ຈຶ່ງສາມາດຮັບມືກັບພະຍາດດັ່ງກ່າວຢ່າງມີປະສິດທິຜົນໄດ້. ກ່າວຄຳເຫັນຕໍ່ໜ້າກອງປະຊຸມຂອງທະນາຄານໂລກ (WB) ໃນວັນທີ 9/10, ທ່ານເລຂາທິການໃຫຍ່ Ban ki – moon ຖືວ່າ: ທ່ານມີຄວາມວິຕົກວັງວົນຕໍ່ພະຍາດ Ebola ແຜ່ລະບາດອອກສູ່ເຂດອາບຟຣີກາ ຕາເວັນຕົກ ພວມນັບມື້ນັບເພີ່ມຂຶ້ນ ແລະ “ການກະທຳດີທີ່ສຸດແມ່ນຕ້ອງມີປະຕິກິລິຍາໃນທັນທີ ແລະ ມີປະສິດທິຜົນ”.