ເລຂາທິການໃຫຍ່ສະຫະປະຊາຊາດເນັ້ນໜັກເຖິງບັນດາບຸລິມະສິດການກະທຳໃນປີ 2018

(VOVWORLD) -ກ່າວຄຳເຫັນທີ່ວາລະກອງປະຊຸມບໍ່ເປັນທາງການຂອງສະມັດຊາໃຫຍ່ສະຫະປະຊາຊາດ ໃນວັນທີ 16 ມັງກອນ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ເມື່ອສະເໜີບັນດາບຸລິມະສິດການກະທຳຂອງຕົນໃນປີ 2018 ໄດ້ເນັ້ນໜັກ ເຖິງເລື່ອງ

ເລຂາທິການໃຫຍ່ສະຫະປະຊາຊາດເນັ້ນໜັກເຖິງບັນດາບຸລິມະສິດການກະທຳໃນປີ 2018 - ảnh 1 ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres

(ພາບປະກອບ: AFP/TTXVN)

ມອບສິດໃຫ້ແກ່ແມ່ຍິງໃນທົ່ວໂລກແມ່ນໜ້າທີ່ຮີບດ່ວນທີ່ສຸດ. ແລະ ກໍ່ໃນປີ 2018, ທ່ານ Guterres ສືບຕໍ່ວາງຄາດໝາຍໃຫ້ການຜັນຂະຫຍາຍໂຄງການດຳເນີນງານການພັດທະນາແບບຍືນຍົງ 2030, ສືບຕໍ່ລະດົມແຫຼ່ງການເງິນໃຫ້ແກ່ການພັດທະນາ, ຮຽກຮ້ອງໃຫ້ບັນດາປະເທດ ແລະ ບັນດານັກອຸປະຖຳປະຕິບັດຄຳໝັ້ນສັນຍາດ້ານການເງິນ. ສຳລັບແຫຼມເກົາຫຼີ, ທ່ານ Guterres ໄດ້ຊົມເຊີຍເລື່ອງເຊື່ອມຕໍ່ບັນດາຊ່ອງຕິດຕໍ່ລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ຄືນໃໝ່, ຮຽກຮ້ອງໃຫ້ບັນດາປະເທດຈົ່ງຍາດແຍ່ງໂອກາດທີ່ມີຄວາມຫວັງດັ່ງກ່າວ ເພື່ອເປີດກວ້າງບັນດາຄວາມມານະພະຍາຍາມດ້ານການທູດ ເພື່ອແນໃສ່ບັນລຸໄດ້ເປົ້າໝາຍປອດນິວເຄຼຍຢູ່ພາກພື້ນ ຜ່ານມາດຕະການສັນຕິພາບ…

ຕອບກັບ

ຂ່າວ/ບົດ​ອື່ນ