ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງພົບປະກັບຜູ້ມີສິດເລືອກຕັ້ງຮ່າໂນ້ຍ
ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງພົບປະກັບຜູ້ມີສິດເລືອກຕັ້ງຮ່າໂນ້ຍ
(ພາບ:TTXVN)
(vovworld) – ໃນວັນທີ 30/6 ແລະ 1/7, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ 13 ແລະ ບັນດາສະມາຊິກໃນຄະນະ ສສຊ ຮ່າໂນ້ຍ ມີການພົບປະກັບຜູ້ມິສິດເລືອກຕັ້ງຂອງຫົວໜ່ວຍເລືອກຕັ້ງເລກ 1 ເຊິ່ງລວມມີ: ເມືອງບາດິ່ງ, ໂຮ່ໄຕ ແລະ ຮ່ວານກ໋ຽມ ເພື່ອລາຍງານໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 7. ທີ່ການພົບປະ, ຜູ້ມີສິດເລືອກຕັ້ງຫຼາຍຄົນໄດ້ສະແດງຄວາມສົນໃຈ ແລະ ຄັດຄ້ານຢ່າງຮຸນແຮງຕໍ່ການກະທຳຂອງ ຈີນ ໂດຍບໍ່ຫົວຊາຕໍ່ກົດໝາຍສາກົນ ແລະ ຂໍ້ຕົກລົງຂັ້ນສູງລະຫວ່າງການນຳ 2 ປະເທດ, ໄດ້ຕັ້ງຮ້ານເຈາະນ້ຳມັນໄຮຢາງ 981 ເຂົ້າເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງ ຫວຽດນາມ, ລ່ວງລ້ຳອະທິປະໄຕຂອງ ຫວຽດນາມ ຢູ່ທະເລຕາເວັນອອກຢ່າງຮ້າຍແຮງ. ຜູ້ມີສິດເລືອກຕັ້ງເຫັນດີເຫັນພ້ອມ ແລະ ສະໜັບສະໜູນການປະພຶດຂອງ ພັກ, ລັດ, ລັດຖະບານ, ສະພາແຫ່ງຊາດໃນເຫດການນີ້.
ທ່ານ ຫງວຽນຟູ໋ຈ້ອງ ແບ່ງປັນບັນດາຄຳເຫັນຂອງຜູ້ມີສິດເລືອກຕັ້ງຕໍ່ໜ້າເລື່ອງ ຈີນ ລະເມີດອະທິປະໄຕຜືນແຜ່ນດິນຂອງ ຫວຽດນາມ ແລະ ຖືວ່າ: ນີ້ແມ່ນບັນຫາສຳຄັນທີ່ສຸດ, ຕ້ອງມີຄວາມຄ່ອງແຄ້ວໃນການແກ້ໄຂ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃຫ້ຮູ້ວ່າ: ຫວຽດນາມ ຈະຕໍ່ສູ້ຢ່າງຮອບດ້ານ, ເສີມຂະຫຍາຍກຳລັງແຮງສັງລວມໃນຫຼາຍດ້ານດ້ວຍຈິດໃຈທຸ່ມທ່ຽງ, ລະມັດລະວັງ, ລະງັບໃຈບໍ່ປະໃຫ້ເກີດການປະທະກັນ ແລະ ສົງຄາມ. ທ່ານເລຂາທິການໃຫຍ່ ຢືນຢັນວ່າ: ຫວຽດນາມ ເດັດດ່ຽວຕໍ່ສູ້ກັບ ຈີນດ້ວຍມາດຕະການສັນຕິພາບ:
“ແຜນນະໂຍບາຍຂອງພວກເຮົາແມ່ນຕໍ່ສູ້ດ້ວຍມາດຕະການສັນຕິພາບ, ບົນພື້ນຖານກົດໝາຍສາກົນ ແລະ ຂໍ້ຕົກລົງຂັ້ນສູງລະຫວ່າງ 2 ປະເທດ, ດ້ວຍການເຈລະຈາ ສັນຕິພາບ, ດ້ວຍທຸກໆມາດຕະການນັບທັງຕໍ່ສູ້ດ້ານນິຕິກຳ. ພວກເຮົາກໍ່ຕ້ອງກະກຽມທຸກໆຄວາມສາມາດ. ປະຈຸບັນ, ບໍ່ມີໃຜຢາກມີສົງຄາມ, ການປະທະກັນ, ດັ່ງນັ້ນທຸກໆການກະທຳ, ຄຳເວົ້າຕ້ອງຄິດໄລ່ຊັ່ງຊາຢ່າງຖີ່ຖ້ວນ, ຮອບດ້ານ ແລະ ຕ້ອງມີການຊີ້ນຳແບບລວນສູນເປັນເອກະພາບ, ສົມທົບກັນໃນທຸກໆແນວຮົບ.”