ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢ້ຽມຢາມແລະເຮັດວຽກຢູ່ກວາງນີງ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢ້ຽມຢາມແລະເຮັດວຽກຢູ່ກວາງນີງ - ảnh 1
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຮັດວຽກຢູ່ນະຄອນ ອວງບີ໋
(ພາບ: TTXVN)

(vovworld) –  ​ ທ່ານ​ ຫງວຽນ​ຟູ໋ຈ້ອງ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ກວາງ​ນີງ ​ໃນລະຫວ່າງ​ວັນ​ທີ 13 ​ແລະ 14/04. ທ່ານ​ເລ​ຂາ​ທິການ​ໃຫຍ່ ຊອກ​ຮູ້​ເລື່ອງ​ທົດ​ລອງ​ຮູບ​ແບບ​ປະຕິ​ຮູບ​ດ້ານ​ບໍລິຫານ ​ແລະ ຊັບຊ້ອນ​​ກົງຈັກຄືນ​ໃໝ່, ​ເຊິ່ງ​ແຂວງ ກວາງ​ນີງ ພວມ​ຜັນ​ຂະຫຍາຍ. ທ່ານ​ເລຂາ​ທິການ​ໃຫຍ່ ​ໄດ້​ລົງຢ້ຽມຢາມ​ອົງການ​ສຳນັກງານ​ເສນາ​ທິການ, ຊ່ວຍ​ວຽກ​ໃນ​​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນ​ດາ​ອົງການ​ການ​ເມືອງ - ສັງຄົມ ​ແລະ ສູນ​ຮັບ​ໃຊ້ບໍລິຫານ​ລັດ​ນະຄອນ ອວງບີ໋; ຊອກ​ຮູ້​ການ​ປະຕິບັດ​ຮູບ​ແບບ​​ເປັນ​ເລຂາ​ທັງ​ເປັນ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ຢູ່​ຕາ​ແສງ ນາມ​ເຄ, ນະຄອນ ອວງບີ໋. ທ່ານ​ເລຂາທິການ​ໃຫຍ່ ຊົມ​ເຊີຍ​ເລື່ອງ​ ອວງບີ໋ ປະຕິບັດ​ທົ​ດລອງ​ບັນດາ​ຮູບ​ແບບ​ນີ້. ທ່ານ​ເລຂາທິການ​ໃຫຍ່​ຖື​ວ່າ: ​ເລື່ອງ​ທົດ​ລອງ​ບັນດາ​ຮູບ​ແບບ​ນີ້ ​ແມ່ນ​ວຽກ​ງານ​ໃໝ່, ຍາກ, ສັບສົນ ​ແລະ ບໍ່​ງ່າຍດາຍ. ​ເພາະສະ​ນັ້ນ ວິວັດ​ການ​ທົ​ດລອງ​ຕ້ອງ​ທັງ​ເຮັດ​ທັງ​ທອດ​​ຖອນ​ບົດຮຽນ ​ເພື່ອ​ເລືອກ​ເຟັ້ນບັນດາ​ຮູບ​ແບບ​ຈັດ​ຕັ້ງ​ທີ່​ເໝາະ​ສົມ​ກັບ​ພຶດຕິ​ກຳ​ຕົວ​ຈິງ​ຂອງ​ແຕ່ລະບໍລິ​ເວນ​ເຂດ.

 

ຂ່າວ/ບົດ​ອື່ນ