ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢ້ຽມຢາມແລະເຮັດວຽກຢູ່ແຂວງຟູ໋ທໍ້
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຖະຫວາຍທູບທຽນຢູ່ວິຫານ ເທື້ອງ
(ພາບ: Trí Dũng – TTXVN)
(vovworld) – ວັນທີ 5/4, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຟູ໋ທໍ້. ເນື່ອງໃນໂອກາດພິທີໄຫວ້ບູຊາເຈົ້າຊີວິດຮູ່ງ, ດ້ວຍນ້ຳໃຈເຄົາລົບ, ນັບຖື, ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີຂອງບັນພະບຸລຸດ, ຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽຍຟູ໋ຈ້ອງ ໄດ້ຖະຫວາບທູບທຽນອາໄລຫາບັນດາເຈົ້າຊີວິດ ຮູ່ງ ຢູ່ວິຫານ ເທຶ້ອງ, ວາງພວງມາລາຢູ່ ສຸສານວິຫານ ຮູ່ງ, ວິຫານ ເຢັງ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກໍ່ໄດ້ຖະຫວາຍທູບທຽນຢູ່ວິຫານບູຊາ ພະບິດາ ຫຼາກລອງກວນ.
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 5/4, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບອົງຄະນະພັກ ແລະ ປະຊາຊົນຕາແສງ ຫວໍມ໋ຽວ, ເມືອງແທງເຊີນ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຍ້ອງຍໍຊົມເຊີຍບັນດາໝາກຜົນສຳຄັນ ແລະ ຄວາມມານະພະຍາຍາມຂອງອົງຄະນະພັກ ແລະ ປະຊາຊົນຕາແສງ ຫວໍມ໋ຽວ ໃນການພັດທະນາເສດຖະກິດ, ສັງຄົມ, ແງ່ຫວັງພັດທະນາການຜະລິດ ແລະ ເສດຖະກິດໃຫ້ດີ, ໂສມໜ້າເຂດຊົນນະບົດໄດ້ຮັບການປັບປຸງ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນວ່າ:
“ສິ່ງຕົ້ນຕໍ່ແມ່ນຕ້ອງອາໄສການອອກແຮງງານຂອງຕົນ ແລະ ອາຊີບຂອງຕົນ, ດ້ວຍແຫຼ່ງທຶນຂອງຕົນຈຶ່ງພັດທະນາແບບຍືນຍົງ. ເຖິງຢ່າງໃດກໍ່ຕາມ, ລັດກໍ່ມີຄວາມຮັບຜິດຊອບ, ສ້າງກົນໄກ, ນະໂຍບາຍ, ສ້າງແຫຼ່ງກຳລັງ, ແຫຼ່ງທຶນໃນເບື້ອງຕົ້ນ, ບຳລຸງສ້າງພະນັກງານ, ເປີດທິດສົ່ງອອກຄົນງານ.”