ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ
(ພາບປະກອບ)
|
(vovworld) – ວັນທີ 14/2, (ກົງກັບວັນທີ 26 ເດືອນ 12 ໄລ່ຕາມຈັນທະປະຕິທິນ), ໃນບັນຍາກາດທົ່ວປະເທດຕ້ອນຮັບລະດູບານໃໝ່, ອວຍພອນພັກຄົບຮອບ 85 ປີ, ທີ່ສຳນັກງານປະທານປະເທດ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ອວຍພອນປີໃໝ່ບັນດານັກປະຕິວັດຜູ້ອາວຸໂສ, ບັນດາການນຳພັກ ແລະ ລັດ, ແນວໂຮມປະເທດຊາດ ຫວຽດນາມ, ພະນັກງານການນຳບັນດາອົງການສູນກາງ ແລະ ຮ່າໂນ້ຍ.
ທ່ານເລຂາທິການໃຫຍ່ ໄດ້ທົບທວນຄືນບັນດາຜົນງານ ແລະ ໝາກຜົນທີ່ບັນລຸໄດ້ໃນປີ 2014. ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ: ບັນດາຜົນງານບັນລຸໄດ້ໃນປີຜ່ານມາແມ່ນໝາກຜົນແຫ່ງຄວາມມານະພະຍາຍາມຂອງພໍ່ແມ່ປະຊາຊົນໃນທົ່ວປະເທດພາຍໃຕ້ການຊີ້ນຳ, ນຳພາທີ່ຖືກຕ້ອງຂອງພັກ, ການຄຸ້ມຄອງ, ການບໍລິຫານຂອງລັດ, ເປັນການພິສູດໃຫ້ເຫັນຄຸນນະທາດ, ພຸມປັນຍາ ແລະ ກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ຫວຽດນາມ.
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊີ້ແຈ້ງວ່າປີ 2015 ແມ່ນປີສຸດທ້າຍແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ແລະ ແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ 2011 – 2015, ແມ່ນໄລຍະກາງແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມໄລຍະ 10ປີ… ສະພາບການສາກົນ ແລະ ພາຍໃນປະເທດໄດ້ສ້າງກາລະໂອກາດ, ຄວາມສະດວກຫຼາຍຢ່າງ, ແຕ່ກໍ່ວາງອອກຄວາມຫຍຸ້ງຍາກ, ສິ່ງທ້າທາຍບໍ່ແມ່ນຫນ້ອຍ, ຮຽກຮ້ອງໃຫ້ມີຄວາມຕັດສິນໃຈອັນໃຫຍ່ຫຼວງເພື່ອປະຕິບັດໜ້າທີ່ຂອງປີ 2015 ຢ່າງມີໄຊ.
“ເພື່ອປະຕິບັດສິ່ງດັ່ງກ່າວໃຫ້ໄດ້, ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນພວກເຮົາຕ້ອງເພີ່ມທະວີຄວາມສາມັກຄີ, ຮ່ວມແຮງຮ່ວມໃຈ, ເສີມຂະຫຍາຍນ້ຳໃຈຮັກຊາດ, ຄຸນນະທາດ ແລະ ພຸມປັນຍາ ຫວຽດນາມ, ມູນເຊື້ອຂອງຊາດ, ມານະພະຍາຍາມສູ້ຊົນ, ຜ່ານຜ່າທຸກໆຄວາມຫຍຸ້ງຍາກ, ການທ້າທາຍ, ສ້າງສາປະເທດເຮົາໃຫ້ນັບມື້ນັບວັດທະນາຖາວອນ ແລະ ມີຄວາມຜາສຸກ.”