(vovworld) – ໃນຂອບເຂດການຢ້ຽມຢາມ ອິນເດຍ, ວັນທີ 20/11, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ອິນເດຍ Manmohan Singh. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຮັກສາ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຍຸດທະສາດກັບ ອິນເດຍ. ການນຳ 2 ທ່ານໄດ້ແລກປ່ຽນ ແລະ ເຫັນດີເປັນເອກະສັນບັນດາມາດຕະການພື້ນຖານ ແລະ ລະອຽດເພື່ອແນໃສ່ຊຸກຍູ້ການຮ່ວມມືໃນ 5 ຂົງເຂດເສົາຄ້ຳຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ. ຕາມນັ້ນແລ້ວ, 2 ຝ່າຍຈະແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈຳ, ຮັກສາ, ເສີມຂະຫຍາຍບັນດາກົນໄກຮ່ວມມື 2 ຝ່າຍໃນປະຈຸບັນກ່ຽວກັບການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ. 2 ຝ່າຍເຫັນດີເປັນເອກະສັນຍູ້ແຮງການຮ່ວມມືກ່ຽວກັບເສດຖະກິດ ແລະ ຮັກສາ, ເປີດກ້ວາງການຮ່ວມມືກ່ຽວກັການສຳຫຼວດ ແລະ ຂຸດຄົ້ນນ້ຳມັນອາຍແກດ.
ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, 2 ຝ່າຍກໍ່ຖືວ່າ: ບັນດາປະເທດ ແລະ ປະຊາຄົມໂລກຄວນມານະພະຍາຍາມຮັບປະກັນສັນຕິພາບ, ອະທິປະໄຕ, ຄວາມສະຫງົບປອດໄພໃຫ້ທຸກໆປະເທດ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ ອາຊີ ປາຊີຟິກ. 2 ຝ່າຍໃຫ້ຄຳໝັ້ນສັນຍາສົມທົບກັນຢ່າງແໜ້ນແຟ້ນກ່ຽວກັບຫຼັກໝັ້ນ ແລະ ການເຄື່ອນໄຫວໃນເວທີປາໄສພາກພື້ນ ແລະ ສາກົນ.
ພາຍຫຼັງສິ້ນສຸດການເຈລະຈາ, ການນຳ 2 ທ່ານໄດ້ດຳເນີນການປະຊຸມຂ່າວປະກາດໝາກຜົນການເລະຈາລະ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ໃຫ້ຮູ້ວ່າ:
“ດ້ວຍບັນດາຜົນປະໂຫຍດ ແລະ ຄວາມສາມາດບົ່ມຊ້ອນຮ່ວມມື 2 ຝ່າຍອັນໃຫຍ່ຫຼວງ, 2 ປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2007 ຢ່າງເປັນທາງການ. ການຢ້ຽມຢາມຄັ້ງນີ້ຂອງຂ້າພະເຈົ້າແມ່ນເພື່ອແນໃສ່ເປີດກ້ວາງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດພວກເຮົາເລິກເຊິ່ງກ່ວາອີກ. ”
ສ່ວນທ່ານນາຍົກລັດຖະມົນຕີ Manmohan Singh, ຊີ້ແຈ້ງວ່າ:
“ພວກຂ້າພະເຈົ້າປາດຖະໜາຢາກຊຸກຍູ້ການພົວພັນ 2 ຝ່າຍລະຫວ່າງ ອິນເດຍ ແລະ ຫວຽດນາມ ໃນຂົງເຂດຕ່າງໆ, ບໍ່ພຽງແຕ່ໃນຂອບເຂດການພົວພັນ 2 ຝ່າຍເທົ່ານັ້ນຫາກຍັງໃນຂົງເຂດຫຼາຍຝ່າຍອີກດ້ວຍ. ປະຈຸບັນ, ຫວຽດນາມແມ່ນໜຶ່ງໃນບັນດາປະເທດມີພື້ນຖານເສດຖະກິດພັດທະນາອັນດັບໜຶ່ງຢູ່ພາກພື້ນ ອາຊີ ປາຊີຟິກ ແລະອິນເດຍ ຊົມເຊີຍເລື່ອງພັດທະນານີ້ຂອງ ຫວຽດນາມ. ອິນເດຍ ຖື ຫວຽດນາມ ເປັນຄູ່ຮ່ວມມືໜ້າໄວ້ເນື້ອເຊື່ອໃຈ, ສຳຄັນ ແລະ ການພົວພັນກັບ ຫວຽດນາມ ແມ່ນເສົາຄ້ຳສຳຄັນໃນນະໂຍບາຍມຸ່ງໄປເຖິງທິດຕາເວັນອອກຂອງພວກເຮົາ.”
ການນຳ 2 ທ່ານໄດ້ເປັນສັກຂີພິຍານພິທີເຊັນເອກະສານຮ່ວມມື 8 ສະບັບລະຫວ່າງ 2 ປະເທດ ໃນຂົງເຂດຕ່າງໆຄື: ແລກປ່ຽນຂໍ້ມູນຂ່າວລັບ, ການຮ່ວມມືດ້ານການເງິນ, ສຳຫຼວດ ແລະ ຂຸດຄົ້ນນ້ຳມັນອາຍແກດຢູ່ ຫວຽດນາມ ແລະ ອິນເດຍ ກໍ່ຄືຢູ່ປະເທດທີ 3, ກໍ່ສ້າງໂຮງງານໄຟຟ້າຄວາມຮ້ອນ ລອງຟູ໋ 2…
ກໍ່ໃນວັນທີ 20/11, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ມີການພົບປະກັບທ່ານປະທານາທິບໍດີ ສ ອິນເດຍ Pranab Mukherjee. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານປະທານາທິບໍດີ Pranab Mukherjee ເຫັນດີເປັນເອກະສັນໃນໄລຍະຈະມາເຖິງ 2 ປະເທດຄວນມານະພະຍາຍາມຍູ້ແຮງການຮ່ວມມື, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ນຳການຮ່ວມມືໃນ 5 ຂົງເຂດເສົາຄ້ຳຂອງການພົວພັນຄູ່ຮ່ວມມືຍຸດທະຍາດຫວຽດນາມ - ອິນເດຍ ກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນກ່ວາ.
ແລະກໍ່ໃນຕອນບ່າຍວັນທີ 20/11, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ພົບປະກັບທ່ານຮອງປະທານາທິບໍດີ ທັງເປັນປະທານສະພາສູງ ສ ອິນເດຍ Hamid Ansari. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢັ້ງຢືນວ່າ: ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດ ອິນເດຍ ລົງທຶນເຂົ້າຫວຽດນາມ.