ເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຢ້ຽມຢາມແຂວງ ເງ້ອານ

(VOVWORLD) -  ກ່າວຄຳເຫັນທີ່ການຕ້ອນຮັບທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ລາວ, ທ່ານ ຫງວຽນດັ໋ກວີງ, ເລຂາຄະນະພັກແຂວງໆ ເງ້ອານ ໃຫ້ຮູ້ວ່າແຂວງ ເງ້ອານ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງການພັດທະນາສາຍພົວພັນມິດຕະພາບ
ເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຢ້ຽມຢາມແຂວງ ເງ້ອານ  - ảnh 1 ທ່ານ ບຸນຍັງ ວໍລະຈິດ ແລະ ເລຂາຄະນະພັກແຂວງ ເງ້ອານ

ໃນຂອບເຂດການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ, ໃນຕອນບ່າຍວັນທີ 20 ທັນວາ, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ລາວ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ລາວ ໄປຢ້ຽມຢາມແຂວງ ເງ້ອານ. ກ່າວຄຳເຫັນທີ່ການຕ້ອນຮັບທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ລາວ, ທ່ານ ຫງວຽນດັ໋ກວີງ, ເລຂາຄະນະພັກແຂວງໆ ເງ້ອານ ໃຫ້ຮູ້ວ່າແຂວງ ເງ້ອານ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງການພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານກັບບັນດາແຂວງຂອງ ລາວ. ແຕ່ລະປີ, ລະຫວ່າງແຂວງ ເງ້ອານ ແລະບັນດາແຂວງຂອງ ລາວ ໄດ້ຈັດສົ່ງຄະນະປະຕິບັດງານຫຼາຍຄະນະໄປ - ມາຢ້ຽມຢາມ, ເຮັດວຽກ, ແລກປ່ຽນບົດຮຽນເປັນປົກກະຕິ. ທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຢືນຢັນວ່າ ຈະສືບຕໍ່ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບ ແລະ ສາຍພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ - ຫວຽດນາມ ໃຫ້ນັບມື້ນັບພັດທະນາ, ເກີດດອກອອກຜົນ.

        ແລະກໍ່ໃນຕອນຄ່ຳວັນດຽວກັນ, ການນຳແຂວງ ເງ້ອານ ໄດ້ຈັດຕັ້ງງານລ້ຽງຕ້ອນຮັບທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ