ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ພົບ​ປະ​ກັບ​ວິ​ສາ​ຫະ​ກິດ ອຽກ​ລັງ

(VOVWORLD) -     ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ອຽກລັງ, ວັນທີ 03 ຕຸລາ, ຢູ່ນະຄອນຫຼວງ Dublin, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ພົບປະກັບບັນດາວິສາຫະກິດ ອຽກລັງ.
ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ພົບ​ປະ​ກັບ​ວິ​ສາ​ຫະ​ກິດ ອຽກ​ລັງ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະກັບວິສາຫະກິດ ອຽກລັງ (ພາບ: TTXVN)

 ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ຊີແຈ້ງວ່າ ຫວຽດນາມ ກຳນົດທິດມຸ່ງໄປເຖິງການດຶງດູດນັກລົງທຶນໂດຍມີການຄັດຈ້ອນ ມຸ່ງໄປເຖິງການພັດທະນາເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດພູມປັນຍາ. ຕາມນັ້ນແລ້ວ, ໃຫ້ບຸລິມະສິດຕໍ່ກັບບັນດາໂຄງການເຕັກໂນໂລຢີສູງ, ເອເລັກໂຕນິກ, ເຄິ່ງຊັກນຳໄຟຟ້າ, ນະວັດຕະກຳ, ພະລັງງານທົດແທນ, ພະລັງງານໃໝ່ (Hydrogen), ເຕັກໂນໂລຢີຊີວະສາດ, ສາທາລະນະສຸກ, ສູນການເງິນສາກົນ, ການຄ້າການບໍລິການທີ່ທັນສະໄໝ, ສ້າງໂຄງປະກອບພື້ນຖານໂຄງລ່າງ, ການເຄື່ອນໄຫວຄົ້ນຄວ້າ ແລະ ພັດທະນາ...

          ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປາດຖະໜາວ່າ ບັນດາວິສາຫະກິດ ອຽກລັງ ສືບຕໍ່ລົງທຶນຢ່າງແຮງຢູ່ ຫວຽດນາມ; ສົ່ງເສີມບັນດາວິສາຫະກິດເປີດກວ້າງໂຄງການຮ່ວມມື ແລະ ເປີດກວ້າງການຮ່ວມມື, ລົງທຶນຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ