ເລຂາທິການໃຫຍ່ Nguyen Phu Trong ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ

ເລຂາທິການໃຫຍ່ Nguyen Phu Trong ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ - ảnh 1
ທ່ານປະທານສະພາແຫ່ງຊາດ ກຳປູເຈຍ ແລະ ທ່ານເລຂາທິການໃຫຍ່ Nguyen Phu Trong
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) – ຕອນ​ບ່າຍ​ວັນ​ທີ 22/7, ຢູ່ ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ໄດ້​ໃຫ​້ການ​ຕ້ອນຮັບ​ປະທານ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ Samdech Heng Samrin ທີ່​ພວມ​ຢູ່​ຢ້ຽມ​ຢາມສັນຖະວະ​ໄມຕີ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທ່ານ​ປະທານ Samdesch Heng Samrin ​ໄດ້​​ແຈ້ງ​ໃຫ້​ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ຊາບ​ໝາກຜົນ​ແຫ່ງ​ການ​ເຈລະ​ຈາ ກັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຫວຽດນາມ, ຢັ້ງຢືນວ່າ ກຳປູ​ເຈຍ ສືບ​ຕໍ່​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ຫວຽດນາມ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ຂໍ​້ຕົກລົງ, ສັນຍາ ​ແລະ ຖະ​ແຫຼ​ງການ​ຮ່ວມທີ່​ໄດ້​ເຊັນ​ກັນ​ແລ​້ວ ​ໃນ​​ການ​ຢ້ຽມຢາມຕ່າງ​ໆ​ຂອງ​ການ​ນຳ​ຂັ້ນ​ສູງ 2 ພັກ, 2 ລັດ. ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong  ຊີ້​ແຈງ​ວ່າ: ຍາມ​ໃດ​ຫວຽດນາມ ກໍ​ຖື​ເປັນ​ສຳຄັນ ​ແລະ ​ໃຫ້​ບຸລິມະສິດ​ອັນ​ດັບ​ໜຶ່ງ​ແກ່​ການ​ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ຖານບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີງາມ, ມິດ​ຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ​ຍາວ​ນານ​ຫວຽດນາມ - ກຳປູ​ເຈຍ, ຖື​ວ່ານີ້ ​ແມ່ນ​ຊັບ​ສົມບັດ​ອັນ​ລຳ້​ຄ່າ​ຂອງ 2 ຊາດທີ່ຄວນ​ໄດ​້ຮັບ​ການ​ຮັກສາ​ໄວ້, ​ເສີມ​ຂະຫຍາຍ ​ແລະ ສືບ​ທອດ​ໃຫ້​ແກ່​​ເຊັ່ນ​ລູກ​ເຊັ່ນ​ຫຼານ ​ເພື່ອ​ຄວາມ​ວັດທະນາ​ຖາວອນ​ຂອງ​ແຕ່ລະ​ປະ​ເທດ, ​ເພື່ອ​ສັນຕິພາບ, ​ເອກະລາດ​ແຫ່ງ​ຊາດ, ປະຊາທິປະ​ໄຕ ​ແລະ ຄວາມ​ກ້າວໜ້າ​ທາງ​ສັງຄົມ​ໃນ​ໂລກ. ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ຫວັງ​ວ່າ: ສະພາ​​ແຫ່ງ​ຊາດ 2 ປະ​ເທດ ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແລກປ່ຽນ​ບົດຮຽນ​ໃນ​ຂົງ​ເຂດ​ນິຕິ​ບັນ​ຍັດ, ຕິດຕາມ​ກວດກາ ​ແລະ ຕັດສິນ​ບັນດາ​ບັນຫາ​ໃຫຍ່​ຂອງ​ປະ​ເທດ​ຊາດ, ​ເພີ່ມ​ທະວີ​ການ​ຊີ້​ນຳ​ບັນ​ດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ຕັ້ງໜ້າ​ຜັນ​ຂະຫຍາຍການ​ປະຕິບັດ​​ບັນດາ​ສົນທິສັນຍາ, ສັນຍາ, ຂໍ້​ຕົກລົງ ທີ່​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ 2 ລັດ, 2 ສະພາ​ແຫ່ງ​ຊາດຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ເຮັດ​​ໃຫ້ການ​ພົວພັນ​ສາມັກຄີ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ - ກຳປູ​ເຈຍ ​ເລິກ​ເຊິ່ງກ່ວາ​ອີກ.

 

ຂ່າວ/ບົດ​ອື່ນ