ເລຂາສູນກາງພັກ,ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງລົງອວຍພອນປີໃໝ່ຢູ່ແຂວງກວາງນາມ
ທ່ານນາງ ຮ່າທິຄຽດ ໄດ້ລົງຢ້ຽມຢາມ, ອວຍພອນປີໃໝ່ການນຳຄະນະພັກແຂວງ ກວາງນາມ
|
(vovworld) - ເນື່ອງໃນໂອກາດຕ້ອນຮັບບຸນປີໃໝ່ປະຈຳຊາດ ປີມະແມ 2015, ວັນທີ 25/1, ທ່ານນາງ ຮ່າທິຄຽດ, ເລຂາສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ, ນຳໜ້າຄະນະປະຕິບັດງານສູນກາງໄດ້ລົງຢ້ຽມຢາມ, ອວຍພອນປີໃໝ່ບັນດາຄອບຄົວທຸກຍາກ, ເປົ້າໝາຍນະໂຍບາຍໃນບໍລິເວນແຂວງ ກວາງນາມ. ທ່ານນາງ ຮ່າທິຄຽດ ໄດ້ມອບຂອງຂວັນ 100 ພູດ ໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກຢູ່ຕາແສງ ເກ້ວລອງ, ເມືອງ ເກ້ວເຊີນ, ຕາແສງ ຕາມຟູ໋, ນະຄອນຕາມກີ່. ທ່ານນາງ ຮ່າທິຄຽດ ໄດ້ມອບງົວ 20 ໂຕ, ໂທລະພາບ 30 ໜ່ວຍໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍຢູ່ 2 ຕາແສງ ເກ້ວໂລກ ແລະ ເກ້ວລອງ, ເມືອງ ເກ້ວເຊີນ.
ແລະກໍ່ໃນວັນດຽວກັນ, ທ່ານນາງ ຮ່າທິຄຽດ ໄດ້ລົງຢ້ຽມຢາມ, ອວຍພອນປີໃໝ່ການນຳຄະນະພັກແຂວງ ກວາງນາມ.