ເລີ່ນຕົ້ນການເຄື່ອນໄຫວຂອງກອງປະຊຸມສຸດຍອດNAM
(ພາບປະກອບ)
(vovworld) - ວັນທີ 13/09, ການປະຊຸມເຈົ້າໜ້າທີ່ຂັ້ນສູງໃນຂອບເຂດກອງປະຊຸມສຸດຍອດຄັ້ງທີ 17 ຂອງຂະບວນການບໍ່ຮ່ວມກຸ່ມ (NAM) ໄດ້ເລີ່ມຕົ້ນຢູ່ເກາະ Margarita ປະເທດ Venezuela. ບັນດາຫົວເລື່ອງຕົ້ນຕໍຂອງເຫດການ ຄາດວ່າຈະດຳເນີນໄປເຖິງວັນທີ 18/09, ໃນນັ້ນ ລວມມີກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດ ແລະ ສຸດທ້າຍແມ່ນກອງປະຊຸມສຸດຍອດ, ລວມມີການ ຮ່ວມສຳພັນລະຫວ່າງບັນດາກຸ່ມເຊື່ອມໂຍງພາກພື້ນຢູ່ທະວີບອາຟຣິກກາ ແລະ ອາເມລິກາລາຕີນ ໃນໂລກຫລາຍຂົ້ວ, ຄວາມເປັນລະບຽບຮຽບຮ້ອຍດ້ານເສດຖະກິດ ແລະ ສື່ສານສາກົນໃໝ່, ຄວາມສະຫງົບປອດໄພໃນທົ່ວໂລກ ແລະ ສິດທິມະນຸດ. ພາຍໃຕ້ຄຳຂວັນທີ່ວ່າ “ສາມັກຄີບົນເສັ້ນທາງສັນຕິພາບ”, ຜູ້ຕາງໜ້າຂອງ 120 ປະເທດສະມາຊິກກໍ່ຈະປຶກສາຫາລືກ່ຽວກັບການປະຕິບັດ ແລະ ເຄົາລົບບັນດາຫຼັກມູນຂອງຂະບວນການ, ສະພາບການປະທະກັນຢູ່ຕາເວັນອອກກາງ ແລະ ການແຊກແຊງຂອງ ອາເມລິກາ ເຂົ້າໃນວຽກງານພາຍໃນຂອງບາງປະເທດກ້າວໜ້າຢູ່ ອາເມລິກາລາຕີນ.