ເລີ່ມດຳເນີນລາຍການ 100 ນະຄອນມີຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ເລີ່ມດຳເນີນລາຍການ 100 ນະຄອນມີຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
ພາບ​ປະ​ກອບ

(vovworld) – ວັນ​ທີ 13/12, ຢູ່​ນະ​ຄອນ ເກີນ​ເທີ, ກອງ​ທຶນ Rocefeller ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ເລີ່ມ​ເຄື່ອນ​ໄຫວ​ນະ​ຄອນ ເກີນ​ເທີ ແລະ ລາຍ​ການ 100 ນະ​ຄອນ ມີ​ຄວາມ​ສາ​ມາດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ. ກອງ​ປະ​ຊຸມ​ສຳ​ມະ​ນາ​ເພື່ອ​ແນ​ໃສ່​ກຳ​ນົດ​ທິດ​ການ​ພັດ​ທະ​ນາ​ຍຸດ​ທະ​ສາດ​ຮັບ​ມື​ສັງ​ລວມ​ໄລ​ຍະ​ຍາວ​ຂອງ​ນະ​ຄອນ, ຕ້ອ​ງ​ຮັບ​ມື​ກັບ​ນ້ຳ​ແກ່ງ, ນ້ຳ​ທະ​ເລ​ຂຶ້ນ, ຄ້ຳ​ປະ​ກັນ​ສະ​ບຽ​ງ​ອາ​ຫານ ແລະ ໂລກ​ລະ​ບາ​ດ. ລາຍ​ການ​ໄດ້​ຮັບ​ການ​ສ້າງ​​ຂຶ້ນ​ດ້ວຍກອງ​ທຶນ Rocefeller, ​ເພື່ອຊ່ວຍ​ບັນ​ດາ​ນະ​ຄອນ​ໃນ​ໂລ​ກຕໍ່​ໜ້າ​ສິ່ງ​ທ້​າ​ທາຍ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ສະ​ຕະ​ວັດ​ທີ 21 ກ່ຽວ​ກັບ​ເສດ​ຖະ​ກິດ - ສັງ​ຄົມ. ​ໂດຍ​ເປັນ​ນະ​ຄອນ​ໃຫຍ່​ສຸດ​ຂອງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ, ນະ​ຄອນ ເກີ່ນ​ເທີ ​ຕ້ອງຮັກ​ສາ​ເປັນ​ປະ​ຈັນ​ບານ​ໃນ​ພາກ​ພື້ນ​ເພື່ອ​ແນ​ໃສ່​ສ້າງ​ຕັ້ງ ແລະ ແຜ່​ຂະ​ຫ​ຍາຍ​ຈິນ​ຕະ​ນາ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. 


ຂ່າວ/ບົດ​ອື່ນ