ເລີ່ມຕົ້ນການເຄື່ອນໄຫວຂອງກອງປະຊຸມໃຫຍ່ແນວໂຮມປະເທດຊາດຫວຽດນາມຄັ້ງທີ VIII

(vovworld)-  ຕອນ​ເຊົ້າ​ວັນ​ທີ 25/9, ຄະ​ນະ​ຜ​ູ້​ແທນ​ເຂົ້າ​ຮ່​ວມກອງ​ປະ​ຊຸມ​ໃຫຍ່​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ຄັ້ງ​ທີ VIII ໄດ​້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ສຸ​ສານ​ປະ​ທານ​ໂຮ່​ຈິ​ມີນ ແລະ ຖະ​ຫວາຍ​ທູບ​ທຽນ​ຢູ່​ອະ​ນຸ​ສາ​ວະ​ລີ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ. ຕອນ​ບ່າຍ​ວັນ​ດຽວ​ກັນ, ກອງ​ປະ​ຊຸມ​ໃຫຍ່​ດຳ​ເນີນ​ກອງ​ປະ​ຊຸມ​ຈັດ​ກຽມ, ປຶກ​ສາ​ຫາ​ລື​ຫລາຍ​ບັນ​ຫາ​ສຳ​ຄັນ.

        ໃນ​ວັນ​ດຽວ​ກັນ, ງານ​ວາງ​ສະ​ແດງກອງ​ປະ​ຊຸມ​ໃຫຍ່​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຄັ້ງ​ທີ VIII ຖືກ​ໄຂ​ຂຶ້ນ ຢູ່ ສູນກອງ​ປະ​ຊຸ​ມ​ແຫ່ງ​ຊາດ. ​ມີ​ຮູບ​ພາບກວ່າ 400 ແຜ່ນ​ໄດ້​ນຳ​ມາ​ວາງ​ສະ​ແດງ ໄດ້​ວາດ​ພາບ​ໂດຍສັງ​ເຂບ​ກ່ຽວ​ກັບ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ບ່ອນ​ເຕົ້າ​ໂຮມ ແລະ ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ກຸ່ມ​ກ້ອນມ​ະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ເປັນ​ຂົວ​ຕໍ່ທີ່​ໝັ້ນ​ແກ່ນ​ລະ​ຫວ່າງ​ປະ​ຊາ​ຊົນ​ທຸ​ກ​ຊັ້ນ​ວັນ​ນະ​ໃນ​ທຸ​ກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ.

 ເລີ່ມຕົ້ນການເຄື່ອນໄຫວຂອງກອງປະຊຸມໃຫຍ່ແນວໂຮມປະເທດຊາດຫວຽດນາມຄັ້ງທີ VIII - ảnh 1
ກອງ​ປະ​ຊຸມ​ໃຫຍ່​ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ຄັ້ງ​ທີ VIII
photo:qdnd.vn

        ກອງ​ປະ​ຊຸມ​ໃຫຍ່​ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ຄັ້ງ​ທີ VIII ຈະ​ຖືກ​ໄຂ​ຂຶ້ນ​ຢ່າງ​ສົມ​ກຽດໃນ​ຕອນ​ເຊົ້າ​ວັນ​ທີ 26/9 ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນກວ່າ 1000 ຄົນ. ດ້ວຍ​ຫົວ​ຂໍ້ “ຄວາມ​ສາ​ມັກ​ຄີ, ປະ​ຊາ​ທິ​ປະ​ໄຕ, ປ່ຽນ​ໃຫມ່ ແລະ ພັດ​ທະ​ນາ”, ກອງ​ປະ​ຊ​ຸມ​ໃຫຍ່​ແມ່ນບັ້ນ​ດຳ​ເນີນ​ຊີ​ວິດ​ການ​ເມືອງ​ສຳ​ຄັນ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ​ໃນ​ໄລ​ຍະ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ທ່ານ​ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ບຸກ​ຄະ​ລາ​ກອນ​ຂອງ​ແນວ​ໂຮ​ມ​ປະ​ເທດ​ຊາດ​ຫວຽດ​ນາມ ອາ​ຍຸ​ການນີ້ ຄາດ​ວ່າ ມີ​ກຳ​ມະ​ການ 385 ຄົນ ເພີ່ມ​ຂຶ້ນ 30 ຄົນ​ເມື່ອ​ທຽບ​ໃສ່​ໄລ​ຍະ​ກ່ອນ. ລະ​ອຽດ ແມ່ນ​ສຸ​ມ​ໃສ່​ເລື່ອງ​ເພີ່ມ​ຈຳ​ນວນ​ຜູ້​ຕາງ​ຫນ້າ​ໃຫ້​ແກ່​ກຳ​ມະ​ກອນ, ຊາວ​ກະ​ສິ​ກອນ. ຈຸດ​ໃຫມ່​ຫນຶ່ງ​ອີກ ນັ້ນ​ແມ່ນ​ເປັນ​ຄັ້ງ​ທຳ​ອິດ ມີ​ຜູ້​ຕາງ​ຫນ້າ​ໃຫ້​ແກ່​ບັນ​ດາ​ຜູ້​ຄ້າ​ຂາຍລາຍ​ນ້ອຍຢູ່ 2 ພາກຂອງ​ປະ​ເທດ​ຊາດ, ເພີ່ມ​ຈຳ​ນວນ​ຜູ້​ຕາງ​ຫນ້າ​ໃນ​ຂົງ​ເຂດເຄື່ອນ​ໄຫວ​ວິ​ທະ​ຍາ​ສາດ, ນັບ​ທັງ​ຜູ້​ຕາງ​ຫນ້າ​ເຂດ​ທະ​ເລ​ໝູ່​ເກາະ ແລະ ມີ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ທານ​ແນວ​ໂຮມ​ປະ​ເທດ​ຊ​າດ​ເມືອງ​ເກາະ ເຈື່ອງ​ຊາ. ຄຽງ​ຄູ່​ກັນ​ນັ້ນ ຍັງ​ຄົງ​ຮັກ​ສາ​ອັດ​ຕາ​ສ່ວນ​ບັນ​ດາ​ຜູ້​​ຕາງ​ຫນ້າບໍ່​ແມ່ນ​ສະ​ມາ​ຊິກ​ພັກ ຢູ່​ໃນ​ລະ​ດັບກວ່າ 50%.”

ຫາ​ງສຽງ​ກ່ອນ​ກອງ​ປະຊຸມ​ໃຫ່ຍ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ຄັ້ງທີ 8

ກອງ​ປະຊຸມ​ໃຫ່ຍຜູ້​ແທນ​ທົ່ວ​ປະ​ເທດ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ຄັ້ງທີ 8 ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ເຊົ້າວັນ​ທີ 26/9,  ກ່ອນ​ວາລະ​ໄຂ, ບັນດາ​ຜູ້​ແທນ​ສະ​ແດງ​ຄວາມ​ເຊື່ອໝັ້ນວ່າ, ກອງ​ປະຊຸມ​ໃຫ່ຍຈະ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ມະຫາສາມັກຄີທົ່ວ​ປວງ​ຊົນ​ທັງ​ຊາດ, ​ເພີ່ມ​ທະວີ​ບົດບາດ​ຕິດ​ຕາ​ກວດກາ, ​ໄຈ້​ແຍກ​ຕີ​ລາຄາສັງຄົມ, ​ເສີມ​ຂະຫຍາຍ​ລັກສະນະ​ປະຊາທິປະ​ໄຕ, ປະກອບສ່ວນ​ເຂົ້າ​ໃນການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ທ່ານ​ກວານ​ຈ້ອງ​ນິງ, ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ​ບາກ​ລຽວ​ໃຫ້​ຮູ້​ວ່າ:

  “ພວກ​ຂ້າພະ​ເຈົ້າຕ້ອງ​ສຸມ​ໃສ່​ພູມ​ປັນຍາ​ເພື່ອ​ປະກອບ​ຄຳ​ເຫັນ​ໃຫ້​ບັນດາ​ເອກະ​ສານ​ຂອງ​ກອງ​ປະຊຸມ​ໃຫ່ຍດ້ວຍ​ຈຸດໝາຍ​ແມ່ນ​ເຮັດ​ແນວ​ໃດ​ເພື່ອ​ສ່ອງ​ແສງ​ສະພາບ​ວຽກງານ​ແນວ​ໂຮມ​ໄດ້ ​ເພື່ອ​ແນ​ໃສ່​ຊອກ​ເຫັນ​ບັນດາ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ສ້າງ​ຊີວິດ​ວັດທະນະທຳ​ຢູ່​ເຂດ​ຊຸມ​ຊົນ, ​ໃນ​ການຫລຸດຜ່ອນ​ຄວາມທຸກ​ຍາກ, ​ໃນ​ການ​ປະຕິບັດ​ຂໍ້​ກຳນົດ​ປະຊາທິປະ​ໄຕ​ຢູ່​ຂັ້ນຮາກ​ຖານ. ພວກ​ຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່ເຖິງ​ການ​ຍົກ​ສູງບົດບາດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ໃນ​ການ​ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີ​ລາຄາ​ສັງຄົມ“.

  ຜູ້​ແທນ​ຫຼາຍ​ທ່ານ​ຖື​ວ່າ, ​ເລື່ອງກອງ​ປະຊຸມ​ໃຫ່ຍຜູ້​ແທນ​ທົ່ວ​ປະ​ເທດແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ຄັ້ງທີ 8 ມີ​ອັດຕາ​ສ່ວນ​ຜູ້​ບໍ່​ແມ່ນ​ສະມາຊິກ​ພັກ​ກວມກ່ວາ 50% ​ແມ່ນ​ສະ​ແດງ​ໃຫ້​ເຫັນລັກສະນະ​ປະຊາທິປະ​ໄຕ, ລັກສະນະ​ວົງ​ຄະນາ​ຍາດ, ກຳລັງ​ແຮງ​ຂອງ​ທົ່ວ​ປວງ​ຊົນ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ. ທ່ານ​ເລງ​ອກຢຸງ, ຜູ້​ແທນ​ຕາງໜ້າ​ໃຫ້​ບັນດາ​ອົງການ​ສັງ​ຄົມ​ວິຊາ​ຊີບ​ຢືນຢັນ​ວ່າ:

  “ລັກສະນະ​ຕາງໜ້າ ​ແລະ ສຽງ​ເວົ້າຂອງປະຊາຊົນ​ສະ​ແດງ​ອອກ​ຢ່າງ​ກ້ວາງ​ຂວາງ​ກ່ວາ, ມັນສະ​ແດງ​ໃຫ້​ເຫັນ​ຢູ່​​ໃນ​ອັດຕາ​ສ່ວນ​ຜູ້​ບໍ່​ແມ່ນ​ສະມາຊິກ​ພັກ, ອັດຕາ​ສ່ວນ​ຜູ້​ອາຍຸ​ສູງ, ຜູ້​ແທນ​ແມ່ນ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ເຂົ້າຮ່ວມ​ກອງ​ປະຊຸມ​ໃຫ່ຍຄັ້ງນີ້. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ແນວ​ໂຮມ​ປະ​ເທດ​ຊາດ​ແມ່ນ​ຜູ້ຕາງໜ້າ​ໃຫ້​ແກ່​ປະຊາຊົນ​ຫຼາຍ​ຊັ້ນຄົນ ​ແລະ ຕິດ​ພັນ​ກັບ ປຊຊ ກ່ວາ“./.


ຂ່າວ/ບົດ​ອື່ນ