ພາບປະກອບ:soha.vn
|
(vovworld)-ວັນທີ15/10 ຢູ່ ນະຄອນຫລວງ ວຽນ ປະເທດ ອົດຕະລິດ, ທ່ານ John Kerry, ລັດຖະມົນຕີການຕ່າງປະເທດ ອີຣານ Mohammad Javad Zarif ແລະ ຜູ້ຕາງຫນ້າຂັ້ນສູງ ຮັບຜິດຊອບນະໂຍບາຍປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ຂອງ ສະຫະພາບເອີລົບ (EU) ທ່ານນາງ Catherine Ashton ພ້ອມກັນເລີ່ມຕົ້ນການປຶກສາຫາລື ຊຶ່ງຖືກຕົກເຂົ້າສູ່ສະພາບຈົນຕາແຈກ່ຽວຂ້ອງເຖິງໂຄງການນິວເຄຼຍ ຂອງ ເຕເຮຣານ.
ບັນດາການປຶກສາຫາລືດຳເນີນໄປ ກ່ອນການກຳນົດເວລາສຸດທ້າຍ 6 ອາທິດ ຊື່ງບັນດາຝ່າຍໄດ້ວາງອອກແມ່ນວັນທີ24/11 ເພື່ອບັນລຸຂໍ້ຕົກລົງຮອບດ້ານກ່ຽວກັບໂຄງການນິວເຄຼຍຂອງ ເຕເຮຣານ ຊື່ງຝ່າຍຕາເວັນຕົກຖືວ່າ ແມ່ນແຜນການຮັບໃຊ້ການຜະລິດອາວຸດລ້າງຜານ. ກ່ອນທີ່ດຳເນີນການເຈລະຈາດັ່ງກ່າວ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລີກາ John Kerry ຖືວ່າ: ຍັງມີສິ່ງກີດຂວາງຫລາຍຢ່າງຕ້ອງແກ້ໄຂ ແຕ່ຂໍ້ຕົກລົງສຸດທ້າຍ ອາດຈະບັນລຸໄດ້ຖືກຕ້ອງກັບການກຳນົດເວລາສຸດທ້າຍແມ່ນວັນທີ 24/10.