(vovworld)- ວັນທີ່ 11/09, ກະຊວງແຜນການແລະການລົງທຶນ,ທະນາຄານໂລກສົມທົບກັບຄະນະກຳມະການປະຊາຊົນ ແຂວງກວ໋າງນາມ ຈັດຕັ້ງ ເລີ່ມຕົ້ນໂຄງການຫຼຸດຜ່ອນຄວາມທຸກຍາກຢູ່ເຂດໄຕຫງວຽນ-ບໍລິເວນແຂວງກວ໋າງນາມ. ໂຄງການຫຼຸດຜ່ອນຄວາມທຸກຍາກຢູ່ເຂດໄຕຫງວຽນໄດ້ປະຕິບັດແຕ່ ປີ 2014 - 2019 ຢູ່ບໍລິເວນບັນດາແຂວງດັກລັກ,ດັກນົງ,ຢາລາຍ,ກອນຕູມ,ກວ໋າງຫງາຍ ແລະ ກວ໋າງນາມ ດ້ວຍຍອດເງິນລົງທຶນທັງໝົດ ແມ່ນ 165 ລ້ານ USA ຈາກງົບປະມານຂອງລັດຫວຽດນາມ ແລະ ທຶນກູ້ຢືມ ODA ຈາກທະນາຄານໂລກ. ທີ່ແຂວງກວ໋າງນາມ,ໂຄງການໄດ້ຜັນຂະຫຍາຍຢູ່ 15 ຕາແສງຂອງ 3 ເມືອງເຂດພູສູງຄື: ເມືອງນາມຈ່າມີ, ເມືອງເຟືອກເຊີນ ແລະ ເມືອງນາມຢາງ ດ້ວຍຈຳນວນເງິນທຶນຄາດຄະເນ ປະມານ 12 ລ້ານ USA. ຈຸດໝາຍຂອງໂຄງການ ແມ່ນເພື່ອຍົກສູງລະດັບຄອງຊີບໂດຍຜ່ານການປົວແປງກາລະໂອກາດທໍາມາຫາກິນຢູ່ບັນດາເມືອງທຸກຍາກໃນຂອບເຂດຂອງໂຄງການ ນັບແຕ່ບັນດາພາກສ່ວນຂອງໂຄງການໄດ້ຮັບການຜັນຂະຫຍາຍ; ພັດທະນາພື້ນຖານໂຄງລ່າງຂັ້ນຕາແສງແລະບ້ານ; ພັດທະນາວິທີທຳມາຫາກິນຢ່າງໝັ້ນຄົງ; ພື້ນຖານໂຄງລ່າງເຊື່ອມຕໍ່, ຍົກສູງກຳລັງຄວາມສາມາດ ແລະ ການສື່ສານ; ຄຸ້ມຄອງໂຄງການ. ຕາມແຜນການແລ້ວ, ຈະມີປະມານ 7.500 ຄອບຄົວຢູ່ບໍລິເວນແຂວງກວ໋າງນາມໄດ້ຊົມໃຊ້ຜົນປະໂຫຍດຈາກໂຄງການ.