(vovworld) – ວັນທີ 2/9, ຢູ່ນະຄອນ ເຫ້ວ, ສູນອະນຸລັກຮັກສາປູຊະນີຍະສະຖານກຸ້ງເກົ່າ ເຫ້ວ ໄດ້ໄຂງານວາງສະແດງຮູບຖ່າຍ ມໍລະດົກ ເຫ້ວ ທີ່ໃນເມື່ອກ່ອນ ແລະ ປະຈຸບັນ. ງານວາງສະແດງດ້ວຍປ້າຍໂຄສະນາ (poster) 34 ແຜ່ນ, ໄດເນຳມາໃຫ້ຜູ້ຊົມບັນດາຄວາມນຶກຄິດກ່ຽວກັບມໍລະດົກ ເຫ້ວ ຈາກອະນຸສອນໃນເມື່ອກ່ອນ ແລະ ຄວາມຈິງໃນປະຈຸບັນ, ຄວາມມານະພະຍາຍາມຢ່າງມະຫັດສະຈັນຂອງມະນຸດ, ທີ່ໄດ້ຟື້ນຟຸ ແລະ ອະນຸລັກຮັກສາປູຊະນີຍະສະຖານ ເຫ້ວຢ່າງໝັ້ນຄົງເທື່ອລະກ້າວ. ນີ້ແມ່ນການເຄື່ອນໄຫວເປີດສາກໃຫ້ “ເດືອນທ່ອງທ່ຽວມໍລະດົກ ເຫ້ວ” ໂດຍສູນອະນຸລັກຮັກສາປູຊະນີຍະສະຖານກຸ້ງເກົ່າ ເຫ້ວ ຜັນຂະຫຍາຍແຕ່ວັນທີ 2 – 30/9. ໃນໄລຍະເວລານີ້, ສູນດັ່ງກ່າວຈະຫລຸດລາຄາ ຫຼື ຍົກເວັ້ນຄ່າປີ້ໃຫ້ແຂກເຂົ້າຮ່ວມການເຄື່ອນໄຫວບໍລິການຕ່າງໆໃນເຂດພະລາດຊະວັນ ເຫ້ວ.