ເລີ່ມເຄື່ອນໄຫວເດືອນຊາວໜຸ່ມ 2021

(VOVWORLD) - ວັນທີ 21 ກຸມພາ, ທີ່ແຂວງ ກາວບັງ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດຕັ້ງບັນດາການເຄື່ອນໄຫວເດືອນຊາວໜຸ່ມ 2021 ແລະ ບຸນເຕັດປູກຕົ້ນໄມ້ປີສະຫລຸ.
ເລີ່ມເຄື່ອນໄຫວເດືອນຊາວໜຸ່ມ 2021 - ảnh 1ເລີ່ມເຄື່ອນໄຫວເດືອນຊາວໜຸ່ມ 2021 (ພາບ:  thanhnien.vn)

ໃນຂອບເຂດຂອງການເຄື່ອນໄຫວ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ມອບຂອງຂວັນ 20 ພູດໃຫ້ບັນດາຄອບຄົວນະໂຍບາຍ; ມອບທຶນການສຶກສາ 30 ທຶນໃຫ້ບັນດານັກຮຽນ, ນັກສຶກສາຮຽນເກັ່ງທີ່ຜ່ານຜ່າຄວາມຫຍຸ້ງຍາກ ແລະ ມອບລົດຖີບ 30 ຄັນໃຫ້ແກ່ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ; ມອບຕົ້ນໄມ້ 10.000 ຕົ້ນ ແລະ ຈັດຕັ້ງພິທີປູກຕົ້ນໄມ້ຢູ່ບ້ານ ມາລິບ ແລະ ບ້ານ ຮົ່ງວຽດ, ຕາແສງ ເຈື່ອງຮ່າ, ເມືອງ ຮ່າກວາງ, ແຂວງ ກາວບັງ.

ເນື່ອງໃນໂອກາດນີ້, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ກໍ່ໄດ້ມອບກິດກະກຳຊາວໜຸ່ມຫລາຍແຫ່ງຢູ່ແຂວງ ກາວບັງ. ພ້ອມກັນນັ້ນ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ກໍ່ຈັດຕັ້ງວັນບຸນໃຫ້ຄຳປຶກສາ, ແນະນຳວຽກເຮັດງານທຳໃຫ້ຊາວໜຸ່ມຕາມຮູບການທາງອອນລາຍ, ຈັດຕັ້ງຊຸດຝຶກອົບຮົມແຍກປະເພດຂີ້ເຫຍື້ອຢູ່ເມືອງ ຮ່າກວາງ.

         ແລະກໍ່ໃນຕອນເຊົ້າວັນດຽວກັນ, ທີ່ແຂວງ ດັກລັກ, ຄະນະຊາວໜຸ່ມແຂວງ ດັກລັກ ໄດ້ຈັດຕັ້ງພິທີເລີ່ມເຄື່ອນໄຫວເດືອນຊາວໜຸ່ມ 2021.

ຕອບກັບ

ຂ່າວ/ບົດ​ອື່ນ