ເວທີປາໄສເຄື່ອງໝາຍການຄ້າຫວຽດນາມ 2013
ພາບ:internet
|
(vovworld)- ວັນທີ 12/6, ຢູ່ຮ່າໂນ້ຍ, ໃນຂອບເຂດໂຄງການເຄື່ອງໝາຍການຄ້າແຫ່ງຊາດປີ 2013, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສົມທົບກັບສຳນັກຂ່າວສານຫວຽດນາມ ຈັດຕັ້ງເວທີປາໄສເຄື່ອງໝາຍການຄ້າຫວຽດນາມ 2013. ບັນດາບົດປະກອບຄຳເຫັນທີ່ເວທີປາໄສ ລ້ວນແຕ່ຖືວ່າ: ໂຄງການເຄື່ອງໝາຍການຄ້າແຫ່ງຊາດຄວນກຳນົດທິດພັດທະນາເຄື່ອງໝາຍການຄ້າຂອງເຂດ, ພາກ. ສິ່ງດັ່ງກ່າວຈະຊ່ວຍໃຫ້ບັນດາທ້ອງຖິ່ນ, ວິສາຫະກິດພັດທະນາເສດຖະກິດ, ຍູ້ແຮງການຈຳຫນ່າຍຜະລິດຕະພັນຂອງທ້ອງຖິ່ນ. ກ່ຽວກັບທິດພັດທະນາເຄື່ອງໝາຍການຄ້າທະເລ, ທ່ານ ຫງວຽນດັງດ້າວ, ຮອງຫົວຫນ້າກົມໃຫຍ່ທະເລ ແລະ ໝູ່ເກາະຫວຽດນາມ, ສັງກັດກະຊວງຊັບພະຍາກອນ ສິ່ງແວດລ້ອມຖືວ່າ:
“ໃນໄລຍະຈະມາເຖິງ,ການສ້າງເຄ່ືອງໝາຍທະເລຫວຽດນາມ ຕ້ອງນອນໃນເຄື່ອງໝາຍການຄ້າຫວຽດນາມ ແລະ ແມ່ນພາກສ່ວນຫນຶ່ງສຳຄັນໃນເຄື່ອງໝາຍການຄ້າຫວຽດນາມ. ຢາກພັດທະນາຢ່າງແຂງແຮງ, ພວກເຮົາຕ້ອງເຕົ້າໂຮມໄດ້ 3 ປັດໃຈຄື: ພັດທະນາທະເລ, ກຳລັງຄວາມສາມາດວິທະຍາສາດເຕັກໂນໂລຊີທະເລຢ່າງແຮງ ແລະ ສ້າງອົງການຄຸ້ມຄອງແຫ່ງລັດສັງລວມກ່ຽວກັບທະເລຢ່າງແຮງ ແລະ ມີປະສິດທິຜົນເພື່ອປະຕິບັດຍຸດທະສາດນີ້.”