(vovworld) – ເວທີປາໄສການນຳ ອາຊຽນ ຄັ້ງທີ 10 ດ້ວຍຫົວຂໍ້ວ່າ: “ອາຊຽນ ໃນຈຸດເວລາສຳຄັນ - ມຸ່ງໄປເຖິງອະນາຄົດລວມ, ວັດທະນາຖາວອນລວມ ແລະ ສະຖຽນລະພາບຢູ່ພາກພື້ນ” ພວມຖືກຈັດຂຶ້ນຢູ່ ມາເລເຊຍ. ທີ່ເວທີປາໄສ, ບັນດາການນຳການເມືອງ ແລະ ວິສາຫະກິດ ພ້ອມກັບຊ່ຽວຊານບັນດາປະເທດສະມາຊິກ ອາຊຽນ ໄດ້ແລກປ່ຽນກ່ຽວກັບໄລຍະທາງໃນຕໍ່ໜ້າຂອງ ອາຊຽນ ແລະ ອະນາຄົດຂອງພາກພື້ນ, ພ້ອມທັງຮັບຮູ້ບັນດາຜົນງານ, ຜົນສຳເລັດ ແລະ ສິ່ງກີດຂວາງຂອງ ອາຊຽນ ກໍ່ຄືບັນດາສິ່ງທ້າທາຍ ແລະ ກາລະໂອກາດໃນຕໍ່ໜ້າເພື່ອແນໃສ່ມຸ່ງໄປເຖິງການກໍ່ສ້າງປະຊາຄົມເສດຖະກິດ ອາຊຽນ (AEC) ໃຫ້ສຳເລັດໃນປີ 2015. ໃນສານຝາກເຖິງເວທີປາໄສ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Najib Tun Razakcho ເວົ້າວ່າ: ວິວັດການມຸ່ງໄປເຖິງ AEC ໃນປີ 2015 ພວມກ້າວເດີນຢ່າງຖືກທິດ ແລະ ບໍ່ອາດຕ່າວປີ້ນໄດ້. ທ່ານນາຍົກລັດຖະມົນຕີ Najib ກໍ່ເນັ້ນໜັກຄວາມສຳຄັນຂອງການລົງທຶນເຂົ້າການພັດທະນາມະນຸດ, ສຸມໃສ່ເຂົ້າໃນການປ່ຽນໃໝ່ ມີຫົວຄິດປະດິດສ້າງ ແລະ ສຸມໃສ່ລຸ່ນໜຸ່ມ, ຖືນີແມ່ນບັນດາການທ້າທາຍຕົ້ນຕໍ່ໃນການຮັບປະກັນ ອາຊຽນ ຮັກສາຄວາມແກ່ງແຍ້ງໃນພື້ນຖານເສດຖະກິດທົ່ວໂລກ.