ເວທີປາໄສການພັດທະນາວິສາຫະກິດເຕັກໂນໂລຢີດີຈີຕອນ ແຫ່ງຊາດ ຫວຽດນາມ ຄັ້ງທີ 5
(VOVWORLD) - ເວທີປາໄສ ມີຫົວຂໍ້ “ປະດິດຄິດສ້າງໝູນໃຊ້ດີຈີຕອນເພື່ອພັດທະນາເສດຖະກິດ ດີຈີຕອນ - ກຳລັງໜູນແກ່ການເຕີບໂຕເສດຖະກິດ ແລະ ສະມັດຕະພາບແຮງງານ”.
ການຖະແຫຼງຂ່າວ ກ່ຽວກັບການຈັດເວທີປາໄສການພັດທະນາວິສາຫະກິດເຕັກໂນໂລຢີ ແຫ່ງຊາດ ຫວຽດນາມ ຄັ້ງທີ 5 (ພາບ: VTC) |
ວັນທີ 11 ທັນວາ, ຢູ່ແຂວງ ກວ໋າງນິງ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ພ້ອມດ້ວຍບັນດາຫົວໜ່ວຍທີ່ກ່ຽວຂ້ອງ ໄດ້ຈັດເວທີປາໄສການພັດທະນາວິສາຫະກິດເຕັກໂນໂລຢີ ແຫ່ງຊາດ ຫວຽດນາມ ຄັ້ງທີ 5. ເວທີປາໄສ ມີຫົວຂໍ້ “ປະດິດຄິດສ້າງໝູນໃຊ້ດີຈີຕອນເພື່ອພັດທະນາເສດຖະກິດ ດີຈີຕອນ - ກຳລັງໜູນແກ່ການເຕີບໂຕເສດຖະກິດ ແລະ ສະມັດຕະພາບແຮງງານ”. ເຫດການດັ່ງກ່າວມີການເຂົ້າຮ່ວມຂອງການນຳລັດຖະບານ, ການນຳບັນດາກະຊວງ, ອົງການຂັ້ນສູງກາງ, ທ້ອງຖິ່ນ ແລະ ການນຳບັນດາກຸ່ມບໍລິສັດເຕັກໂນໂລຢີໃຫຍ່, ບັນດາມະຫາວິທະຍາໄລ… ໃນຂອບເຂດເວທີປາໄສດັ່ງກ່າວ ມີ 4 ກອງປະຊຸມສຳມະນາຫົວເລື່ອງສະເພາະຖືກຈັດຂຶ້ນ, ເປັນຕົ້ນແມ່ນ: ການພັດທະນາຜະລິດຕະພັນ IoT, ໂດຍອີງໃສ່ບັນດາ platform SoM (System on Module); ຮົ້ວກີດຂວາງພັດທະນາຜະລິດຕະພັນ, ການບໍລິການ AI ເຂົ້າໃນການດຳລົງຊີວິດ; ມາດຕະການແກ້ໄຂ, ການບໍລິການເຕັກໂນໂລຢີດີຈີຕອນ ຕາມຕະຫຼາດສະເພາະຂະແໜງການ; ພັດທະນາແຜງວົງຈອນເຄິ່ງຊັກນຳໄຟຟ້າ ຕິດພັນກັບການພັດທະນາເຕັກໂນໂລຢີເອເລັກໂຕນິກຢູ່ ຫວຽດນາມ; ແລະ ພິທີມອບລາງວັນຜະລິດຕະພັນເຕັກໂນໂລຢີດີຈີຕອນ Make in Viet Nam 2023.