ເວທີປາໄສວິສາຫະກິດຫວຽດນາມພັດທະນາແບບຍືນຍົງ 2017
(VOVWORLD) -ຕອນເຊົ້າວັນທີ 10 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນເວທີປາໄສວິສາຫະກິດຫວຽດນາມພັດທະນາແບບຍືນຍົງ ຄັ້ງທີ 4 ປີ 2017 ດ້ວຍຫົວຂໍ້ວ່າ “ທະວີຄູນບັນດາຮູບແບບດຳເນີນທຸລະກິດຢ່າງມີຫົວຄິດປະດິດສ້າງ ເພື່ອແກ້ໄຂບັນດາສິ່ງທ້າທາຍພັດທະນາແບບຍືນຍົງ”.
ເວທີປາໄສວິສາຫະກິດຫວຽດນາມພັດທະນາແບບຍືນຍົງ 2017
(ພາບ: enternews.vn)
|
ເວທີປາໄສປີນີ້ໂດຍສຸມໃສ່ປຶກສາຫາລືກ່ຽວກັບ: ຄວາມຈຳເປັນຂອງວຽກງານຊຸກຍູ້ ແລະ ທະວີຄູນບັນດາມາດຕະການແກ້ໄຂ/ຮູບແບບດຳເນີນທຸລະກິດຢ່າງມີຫົວຄິດປະດິດສ້າງ ເພື່ອປະຕິບັດສຳເລັດບັນດາວຽກງານເປົ້າໝາຍພັດທະນາແບບຍືນຍົງໃນໂຄງການດຳເນີນງານ 2030; ລະດົມການເຂົ້າຮ່ວມຂອງພາກເອກະຊົນໃນການປະຕິບັດບັນດາຄຳໝັ້ນສັນຍາຂອງຂໍ້ຕົກລົງປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ; ແບ່ງປັນບົດຮຽນທະວີຄູນບັນດາຮູບແບບດຳເນີນທຸລະກິດແບບຍືນຍົງ…