ເວທີປາໄສອາຊີ - ປົວຢາວ 2024 ປຶກສາຫາລືກ່ຽວກັບຫຼາຍບັນຫາຮ້ອນເຮັ່ງທົ່ວໂລກ
(VOVWORLD) - ໃນ 4 ມື້ເຮັດວຽກ, ຄາດວ່າ ໃນກອງປະຊຸມ ຈະຈັດເວທີປາໄສຍ່ອຍ ກ່ວາ 40 ຄັ້ງ ກ່ຽວກັບຫຼາຍຫົວຂໍ້ຮ້ອນເຮັ່ງຄື: ແງ່ຫວັງເສດຖະກິດໂລກ, ເພີ່ມທະວີການປ່ຽນແປງໃໝ່ວິສາຫະກິດ, ຫັນປ່ຽນພະລັງງານມີກາກບອນຕ່ຳ…
ກອງປະຊຸມປະຈຳປີ ເວທີປາໄສ ອາຊີ - ປົວຢາວ 2024 (BFA) (ພາບ: THX) |
ກອງປະຊຸມປະຈຳປີ ເວທີປາໄສ ອາຊີ - ປົວຢາວ 2024 (BFA) ພວມດຳເນີນຢູ່ ໄຮໜານ (ຈີນ) ໃນລະຫວ່າງວັນທີ 26 – 29 ມີນາ, ດ້ວຍວາລະໄຂໄດ້ຈັດຂຶ້ນໃນວັນທີ 28 ມີນາ. ດ້ວຍຫົວຂໍ້ “ອາຊີ - ແລະ ໂລກ: ສິ່ງທ້າທາຍລວມ, ຄວາມຮັບຜິດຊອບລວມ”, ກອງປະຊຸມ ໄດ້ຮຽກຮ້ອງໃຫ້ບັນດາປະເທດໃນໂລກ ພ້ອມກັນຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ ແລະ ພ້ອມກັນມີຄວາມຮັບຜິດຊອບ ໃນການຊຸກຍູ້ສັນຕິພາບ ແລະ ຄວາມວັດທະນາຖາວອນ. ໃນ 4 ມື້ເຮັດວຽກ, ຄາດວ່າ ໃນກອງປະຊຸມ ຈະຈັດເວທີປາໄສຍ່ອຍ ກ່ວາ 40 ຄັ້ງ ກ່ຽວກັບຫຼາຍຫົວຂໍ້ຮ້ອນເຮັ່ງຄື: ແງ່ຫວັງເສດຖະກິດໂລກ, ເພີ່ມທະວີການປ່ຽນແປງໃໝ່ວິສາຫະກິດ, ຫັນປ່ຽນພະລັງງານມີກາກບອນຕ່ຳ… ຂຶ້ນກັບບັນດາຫົວຂໍ້: “ເສດຖະກິດໂລກ”, “ປ່ຽນແປງໃໝ່ເຕັກໂນໂລຢີ”, “ການພັດທະນາສັງຄົມ”, “ການຮ່ວມມືສາກົນ”, “ພ້ອມກັນຮັບມືກັບສິ່ງທ້າທາຍ”.