(vovworld) - ໂດຍນອນໃນຂອບເຂດການເຄື່ອນໄຫວຂອງ ສັບປະດາທະເລ ແລະ ໝູ່ເກາະຫວຽດນາມ ປີ 2012, ວັນທີ 8/6, ຢູ່ນະຄອນ ຫວູງເຕົ່າ, ໄດ້ດຳເນີນເວທີປາໄສເສດຖະກິດທະເລຫວຽດນາມ ຄັ້ງທີ 3 ດ້ວຍຫົວຂ້ໍວ່າ “ວາງແຜນກຳນົດສັງລວມພັດທະນາເສດຖະກິດທະເລ: ບົດຮຽນຈາກສາກົນ ແລະ ພຶດຕິກຳຕົວຈິງ ຢູ່ຫວຽດນາມ”. ກ່າວຄຳເຫັນທີ່ເວທີປາໄສ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຊັບພະຍາກກອນ ແລະ ສິ່ງແວດລ້ອມຫວຽດນາມ Chu Pham Ngoc Hien ເນັ້ນໜັກວ່າ: ເສດຖະກິດທະເລສວມບົດບາດສຳຄັນໃນຍຸດທະສາດພັດທະນາເສດຖະກິດຂອງປະເທດຊາດ, ແມ່ນພາກສ່ວນທີ່ສຳຄັນຍິ່ງ ໃນການກຳນົດທິດຂອງຍຸດທະສາດທະເລຫວຽດນາມ ຮອດປີ 2020 ແລະ ແມ່ນໜຶ່ງໃນບັນດາມາດຕະການເປັນແກ່ນສານ ເພື່ອນຳຫວຽດນາມ ກາຍເປັນປະເທດ, ຮັ່ງມີເຂັ້ມແຂງຈາກທະເລ. ທ່ານລັດຖະມົນຕີຊ່ວຍວ່າການກໍ ຮັບຮູ້ຄວາມສາມາດບົ່ມຊ້ອນທາງທະເລສຳລັບການພັດທະນາແມ່ນຍັງໃຫຍ່ຫຼວງຢູ່. ເລື່ອງຈັດຕັ້ງວາງແຜນກຳນົດສັງລວມ ແມ່ນບັນຫາທັງຮີບດ່ວນ, ທັງ ຍາວນານ ແລະ ນີ້ກໍແມ່ນບັນຫາຍັງໃໝ່ອ່ຽມຢູ່ຫວຽດນາມ.