(vovworld) – “ສັບປະດາເວທີປາໄສແມ່ນ້ຳຂອງຊອກຫາບັນດາມາດຕະການ ເພື່ອພັດທະນາທ່ອງທ່ຽວແບບຍືນຍົງ” ໄດ້ດຳເນີນໃນວັນທີ 15/6, ຢູ່ນະຄອນ ດ່ານັ້ງ. ຈຸດປະສົງຂອງເວທີປາໄສຄັ້ງນີ້ ເພື່ອແນໃສ່ຊອກຫາບັນດາມາດຕະການທີ່ມີປະສິດທິຜົນທີ່ສຸດ ເພື່ອພັດທະນາ ແລະ ຊຸກຍູ້ການທ່ອງທ່ຽວຢ່າງໝັ້ນຄົງໃນອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງ (GMS)-ສະຖານທີ່ທ່ອງທ່ຽວທີ່ແຫ່ງດຽວມີລະດັບພັດທະນາໄວທີ່ສຸດຢູ່ພາກພື້ນ ອາຊີ ແລະ ປາຊີຟິກ. ຫົວຂໍ້ຂອງເວທີປາໄສປີ 2015 ສຸມໃສ່ການສ້າງບັນດາການພົວພັນຄູ່ຮ່ວມມື ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນພັດທະນາ GMS ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວພິເສດຕ່າງຫາກ. ອະນຸພາກພື້ນ GMS ລວມມີ: ກຳປູເຈຍ, ແຂວງ ຢູນໜານ ແລະ ເຂດປົກຄອງດ້ວຍຕົນເອງເຜົ່າຈວາງກວາງສີ ຂອງ ຈີນ, ລາວ, ມຽນມາ, ໄທ ແລະ ຫວຽດນາມ.
ເວທີປາໄສດັ່ງກ່າວມຸ່ງໄປເຖິງຈຸດໝາຍຍົກສູງການຊຸກຍູ້ບັນດາມາດຕະການແກ້ໄຂທີ່ນຳມາເຊິ່ງຜົນປະໂຫຍດ ດ້ານສິ່ງແວດລ້ອມ, ສັງຄົມ ແລະ ເສດຖະກິດຂອງທ່ອງທ່ຽວ. ໃນລະຫວ່າງວັນທີ 15-19/6, ບັນດາຜູ້ແທນທີ່ເຂົ້າຮ່ວມເວທີປາໄສໄດ້ປຶກສາຫາລືບັນດາເນື້ອໃນ ກ່ຽວກັບການທ່ອງທ່ຽວຢູ່ຕາມເຂດອາຫານການກິນ, ການທ່ອງທ່ຽວຄົ້ນຫາ, ການທ່ອງທ່ຽວຢູ່ຕາມເຂດຊຸມຊົນ….
ເນື່ອງໃນໂອກາດນີ້, ຕອນບ່າຍວັນທີ 15/6 ຢູ່ ນະຄອນ ດາຫນັງ ໄດ້ດຳເນີນກອງປະຊຸມສຳມະນາ “ຂຸດຄົ້ນຄວາມສາມາດບົ່ມຊ້ອນການທ່ອງທ່ຽວອະນຸພາກພື້ນແມ່ນ້ຳຂອງເປີດກວ້າງເປັນຢ່າງດີ” ໂດຍກົມໃຫຍ່ທ່ອງທ່ຽວຫວຽດນາມຈັດຂຶ້ນ. ບັນດາຄຳເຫັນທີ່ກອງປະຊຸມສຳມະນາ ໄດ້ຢືນຢັນ: ການທ່ອງທ່ຽວອະນຸພາກພື້ນແມ່ນ້ຳຂອງ ພວມສະແດງໃຫ້ເຫັນທີ່ຕັ້ງບົດບາດຂອງຕົນຜ່ານການເຕີບໂຕກ່ຽວກັບຈຳນວນແຂກທ່ອງທ່ຽວ, ຄຸນນະພາບຜະລິດຕະພັນທ່ອງທ່ຽວ ແລະ ພື້ນຖານໂຄງລ່າງ. ປີ 2014, ຈຳນວນແຂກທ່ອງທ່ຽວສາກົນ ມາຢ້ຽມຢາມອະນຸພາກພື້ນແມ່ນ້ຳຂອງເປີດກວ້າງບັນລຸເກືອບ 54 ລ້ານເທື່ອຄົນ, ກວມປະມານ 20% ຈຳນວນແຂກທ່ອງທ່ຽວເຖິງພາກພື້ນ ອາຊີ ປາຊີຟີກ. ສະນັ້ນ ເພື່ອເສີມຂະຫຍາຍພາບພົດຈຸດນັດພົບດູດດື່ມໃນແຜນທີ່ທ່ອງທ່ຽວໂລກ, ບັນດາຜູ້ແທນຖືວ່າ ຂະແຫນງທ່ອງທ່ຽວ 6 ປະເທດໃນພາກພື້ນ ຄວນຮ່ວມມືຢ່າງແຫນ້ນແຟ້ນເພື່ອຍົກສູງຄຸນນະພາບບໍລິການ, ເພີ່ມກຳລັງແກ້ງແຍ້ງ, ພັດທະນາ ແລະ ເຊື່ອມຕໍ່ບັນດາຜະລິດຕະພັນທ່ອງທ່ຽວ.