E.Snowden-ອະດີດພາລະກອນ CIA
(ພາບ:vnexpress.net)
(vovworld)- ວັນທີ 5/7, ປະທານນາທິບໍດີ ເວເນຊູເອລາ Nicolas Maduro ໄດ້ປະກາດຂໍ້ຕົກລົງອະນຸຍາດໃຫ້ E.Snowden ອະດີດພາລະກອນອົງການສືບລາຊະການລັບອາເມລິກາ (CIA) ຜູ້ທີ່ໄດ້ເປີດເຜີຍບັນດາຂໍ້ມູນລັບຂອງອາເມລິກາ ໄດ້ຊົມໃຊ້ຂໍ້ກຳນົດ “ລົບໄພມະນຸດສະທຳ” ຢູ່ປະເທດອາເມລິກາໃຕ້ນີ້. ທ່ານ Nicolas Maduro ໃຫ້ຮູ້ວ່າ: ຂໍ້ຕົກລົງນີ້ໄດ້ຍົກອອກມາພາຍຫລັງໄດ້ຮັບການທາບທາມຄວາມເຫັນຈາກການນຳພາກພື້ນຈຳນວນໜຶ່ງ ແລະ ຢືນຢັນວ່າ: ກາຣາກາສ ປະຕິເສດ “ເຈດຕະນາຂອງລັດຖະບານຈຳນວນໜຶ່ງ ຊື່ງຢາກເຮັດໃຫ້ບັນດາປະເທດອາເມລິກາລາຕິນເປັນປະເທດຫົວເມືອງຂຶ້ນ”.
ໃນວັນດຽວກັນ, ປະທານນາທິບໍດີ ນີກາຣາກວາ Daniel Ortega ກໍ່ປະກາດວ່າ ລັດຖະບານນີກາຣາກວາ ພ້ອມແລ້ວທີ່ຈະສະໜອງຂໍ້ກຳນົດລົບໄພໃຫ້ແກ່ອະດີດພາລະກອນອົງການສືບລາຊະການລັບອາເມລິກາ E.Snowden ຖ້າຫາກວ່າມີເງື່ອນໄຂ. ທ່ານ Daniel Ortega ກໍ່ໃຫ້ຮູ້ວ່າ: ລັດຖະບານຂອງທ່ານໄດ້ຮັບໃບຮ້ອງຂໍລົດໄພຂອງ E.Snowden ຢູ່ສະຖານທູດນີກາຣາກວາ ປະຈຳມົດສະກູ ປະເທດລັດເຊຍ.