(VOVWORLD) -ທ່ານຮ່ວາງວັນເກືອງນັກຊ່ຽວຊານດ້ານເສດຖະກິດ ເນັ້ນໜັ້ກວ່າ, ຜົນສຳເລັດນີ້ໄດ້ມາຈາກຫຼາຍແງ່ມູມ, ໃນນັ້ນມີຄຳສັ່ງເລກທີ 128 ຂອງ ລັດຖະບານ ທີ່ໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວຂອງວິສາຫະກິດ, ໃນນັ້ນມີເງື່ອນໄຂປອດໄພ ດ້ວຍການຄວບຄຸມໂລກລະບາດໂຄວິດ - 19.
ພາບປະກອບ: tapchitaichinh.vn |
ຕາມກົມໃຫຍ່ສະຖິຕິແລ້ວ, ໃນໄຕມາດທີ I ປີ 2022, GDP ຄາດວ່າບັນລຸ 5,03%, ສູງກ່ວາລະດັບເພີ່ມຂຶ້ນ 4,72%ຂອງ ໄຕມາດທີ I ປີ 2021 ແລະ 3,36%ຂອງ ໄຕມາດທີ I ປີ 2020. ການຜະລິດອຸດສາຫະກຳ, ເຂດກະສິກຳປ່າໄມ້ ແລະ ສິນໃນນ້ຳ, ອຸດສາຫະກຳ ແລະ ການກໍ່ສ້າງ, ການບໍລິການລ້ວນແຕ່ມີລະດັບການເຕີບໂຕດີພໍສົມຄວນ. ທ່ານ ຫງວຽນຈຸງຕຽນ, ຮອງຫົວໜ້າກົມໃຫຍ່ສະຖິຕິກ່ວາວ່າ:
ນີ້ແມ່ນສັນຍານທີ່ຕັ້ງໜ້າ ແລະ ດີທີ່ສຸດ ຂອງພື້ນຖານເສດຖະກິດ, ທຸກຂະແໜງການ, ທຸກຂົງເຂດລ້ວນແຕ່ສະແດງໃຫ້ເຫັນການເຕີບໂຕ ມາຮອດປັດຈຸບັນ, ການຟື້ນຟູຕາມມະຕິສະບັບເລກທີ 128 ຂອງລັດຖະບານ ແມ່ນຈະແຈ້ງທີ່ສຸດ. ພວກເຮົາໄດ້ຄາດຄະເນລ່ວງໜ້າໄວ້ວ່າ ອັດຕາການເຕີບໂຕເສດຖະກິດໃນໄຕມາດທີ I ແມ່ນ 4,9 – 5,4%.
ໂດຍເຫັນດີຕໍ່ທັດສະນະນີ້, ຕາມ ທ່ານຮ່ວາງວັນເກືອງນັກຊ່ຽວຊານດ້ານເສດຖະກິດແລ້ວ , ພື້ນຖານເສດຖະກິດພວມມີສັນຍານຟື້ນຟູຢ່າງຈະແຈ້ງທີ່ສຸດ. ສິ່ງນີ້ສະແດງໃຫ້ເຫັນທ່າກຽມພ້ອມໃຫ້ແກ່ ການເຄື່ອນໄຫວດຳເນີນທຸລະກິດ, ກໍ່ຄືການເປີດກວ້າງການຜະລິດໃນໄລຍະຈະມາເຖິງຂອງບັນດາວິສາຫະກິດ. ທ່ານຮ່ວາງວັນເກືອງນັກຊ່ຽວຊານດ້ານເສດຖະກິດ ເນັ້ນໜັ້ກວ່າ, ຜົນສຳເລັດນີ້ໄດ້ມາຈາກຫຼາຍແງ່ມູມ, ໃນນັ້ນມີຄຳສັ່ງເລກທີ 128 ຂອງ ລັດຖະບານ ທີ່ໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວຂອງວິສາຫະກິດ, ໃນນັ້ນມີເງື່ອນໄຂປອດໄພ ດ້ວຍການຄວບຄຸມໂລກລະບາດໂຄວິດ - 19.