ພາບປະກອບ
|
(vovworld) – ປີ 2017, ຄາດໝາຍການເຕີບໂຕ GDP ຂອງທົ່ວປະເທດສຸຊົນບັນລຸ 6,7%, ດັດສະນີໄພເງິນເຟີ້ຕ່ຳກ່ວາ 4% ແລະ ງົບປະມານຕ້ອງຮັບປະກັນທັງສູນກາງ ແລະ ທ້ອງຖິ່ນ. ເມື່ອຕີລາຄາກ່ຽວກັບສະພາບການເສດຖະກິດປີ 2017, ບັນດານັກຊ່ຽວຊານເສດຖະກິດຖືວ່າ: ຫວຽດນາມ ຍັງຄົງມີທ່າສະດວກເມື່ອທຽບໃສ່ຫຼາຍປະເທດໃນພາກພື້ນ, ຍ້ອນວ່າດ້ານການເມືອງ ແລະ ເສດຖະກິດມະຫາພາກເປັນປົກກະຕິ ແລະ ມີຫຼາຍທ່າໄດ້ປຽບເມື່ອດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ. ໃນນັ້ນມີຂະແໜງກະສິກຳ, ປ່າໄມ້ - ສິນໃນນ້ຳ ພາຍຫຼັງໄລຍະໜຶ່ງຖືກຊຸດໂຊມນັ້ນ, ຊຸມເດືອນທ້າຍປີໄດ້ກັບຄືນສູ່ເພີ່ມຂຶ້ນສູງຄືເກົ່າ. ໝວດຂະແໜງອຸດສາຫະກຳ - ກໍ່ສ້າງ ແລະ ການບໍລິການເພີ່ມຂຶ້ນສູງກ່ວາລະດັບລວມ. ຮອງສາດສະດາຈານ, ປອ ຟ້າມເຕີດຖັງ, ນັກຄົ້ນຄ້ວາຂັ້ນສູງກະຊວງອຸດສາຫະກຳ ການຄ້າ ຖືວ່າ:
“ປີ 2017, ແມ່ນໜຶ່ງໃນຊຸມປີສະດວກສຳລັບເສດຖະກິດ ຫວຽດນາມ, ມີສັນຍາການຄ້າເສລີຫຼາຍສະບັບມີຜົນສັກສິດ ແລະ ເມື່ອມີຜົນສັກສິດຈະສ້າງຄວາມສະດວກ ຖ້າຫາກເຮົາໝູນໃຊ້ໄດ້ສັນຍາການຄ້າເສລີກັບ ສະຫະພັນເສດຖະກິດ ອາຊີ - ເອີລົບ, ສະຫະພາບ ເອີລົບ, ສ. ເກົາຫຼີ, ຍີ່ປຸ່ນ, ສິ່ງດັ່ງກ່າວຈະເປີດແງ່ຫວັງສົ່ງອອກດີພໍສົມຄວນ. ພ້ອມກັນນັ້ນ, ໂດຍອີງໃສ່ເລື່ອງນຳເຂົ້າບັນດາເຕັກໂນໂລຢີທັນສະໄໝຂອງຊຸມປີກ່ອນ, ປີນີ້ກໍ່ເລີ່ມເສີມຂະຫຍາຍຄຸນປະໂຫຍດ ແລະ ຈາກນັ້ນຈະສ້າງຄວາມສາມາດໃຫ້ພວກເຮົາຍູ້ແຮງການສົ່ງອອກໃນໄລຍະຈະມາເຖິງ.”