(ພາບປະກອບ)
(vovworld) - ຕາມບົດລາຍງານຂອງກອງທຶນເງິນຕາສາກົນ (IMF) ໃນທ້າຍອາທິດຜ່ານມາ ໂດຍໃຫ້ຮູ້ວ່າ, ເສດຖະກິດມະຫາພາກຂອງຫວຽດນາມ ພວມຮັບການຟື້ນຟູເປັນປົກກະຕິໃນປີຜ່ານມາ, ເຖິງວ່າຕ້ອງປະເຊີນໜ້າກັບບັນດາຄວາມສ່ຽງໃນຊຸມເດືອນຈະມາເຖິງ. ຕາມ IMF ແລ້ວ, ຂົງເຂດສົ່ງອອກຂອງຫວຽດນາມ ມີສັນຍານດີ, ພິເສດແມ່ນບັນດາວິສາຫະກິດມີເງິນລົງທຶນຂອງຕ່າງປະເທດ. ແຕ່ວ່າ, ບັນດາບໍລິສັດພາຍໃນປະເທດຍັງບໍ່ທັນຊອກຫາໄດ້ທີ່ຕັ້ງຢ່າງໝັ້ນຄົງ ເຖິງວ່າພວມໄດ້ຮັບການປົວແປງ. ແລະກໍ່ໃນວັນດຽວກັນ, ໜັງສື່ພິມ “Wall Street Journal” ຂອງອາເມລິກາ ກໍ່ລົງພິມບົດຂຽນດ້ວຍຂໍ້ສັງເກດເຊັ່ງດຽວກັນ. ບົດຂຽນໃຫ້ຮູ້ວ່າ ໄດ້ມີບັນດາສັນຍານຊີ້ໃຫ້ເຫັນວ່າ ຫວຽດນາມ ສາມາດແກ້ໄຂໄດ້ບາງບັນຫາໃນເສດຖະກິດໃນໄລຍະມໍ່ໆມານີ້, ໃນໄລຍະທີ່ບັນດາຕະຫຼາດຫາກໍ່ພົ້ນເດັ່ນສ່ວນຫຼາຍພວມປະສົບກັບຄວາມຫຍຸ້ງຍາກ ຍ້ອນການເຕີບໂຕຢ່າງຊັກຊ້າຂອງເສດຖະກິດຈີນ. ກໍ່ຕາມບົດຂຽນແລ້ວ, ຍອດຈຳນວນຜະລິດຕະພັນພາຍໃນ (GDP) ຂອງຫວຽດນາມ ເພີ່ມຂຶ້ນ 5% ໃນໄຕມາດທີ 2 ປີ 2013, ສູງກວ່າ 0,2% ແມ່ນທຽບໃສ່ປີ 2012. ບັນດາຜູ້ຊ່ຽວຊານຄາດຄະເນວ່າ ລະດັບເຕີບໂຕຂອງຫວຽດນາມ ຈະບັນລຸລະດັບ 5,5% ໃນປີ 2013, ສູງພໍສົມຄວນເມື່ອທຽບໃສ່ລະດັບ 5,03% ຂອງປີ 2012.