ເສດຖະກິດຫວຽດ ນາມປີ 2013 ແລະແງ່ຫວັງປີ 2014


ເສດຖະກິດຫວຽດ ນາມປີ 2013 ແລະແງ່ຫວັງປີ 2014 - ảnh 1

ທ່ານ​ບຸ່ຍ​ວັນ​​ແທກ-ຮອງ​ຫົວໜ້າຄະນະ​ເສດຖະກິດ​ສູນ​ກາງ

(ພາບ: Thanh Liêm/Vietnam+)

 (vovworld)- ​ຕອນ​ເຊົ້າວັນ​ທີ 16/1, ຢູ່​ຮ່າ​ໂນ້ຍ, ຄະນະ​ເສດຖະກິດ​ສູນ​ກາງ, ກຳມາ​ທິການ​ເສດຖະກິດ​ຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດການ​ໂອ້​ລົມ​ສົນທະນາ​ທີ່​ມີ​ຫົວ​ເລື່ອງ​ວ່າ:“ເສດຖະກິດ​ຫວຽດນາມ​ປີ 2013 ​ແລະ ​ແງ່​ຫວັງ​ປີ 2014“. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ບຸ່ຍ​ວັນ​​ແທກ, ຮອງ​ຫົວໜ້າຄະນະ​ເສດຖະກິດ​ສູນ​ກາງ​ເນັ້ນໜັກ​ວ່າ: ປີ 2014, ​ເສດຖະກິດ​ໂລກ ຈະ​ກະທົບຕໍ່​ເສດຖະກິດ​ຫວຽດນາມ​ ຢ່າງ​ຕັ້ງໜ້າ, ຍ້ອນ​ວ່າ: ພື້ນຖານ​ເສດຖະກິດທີ່​ມີ​ຫຼາຍຄູ່​ຮ່ວມ​ມື​ຂອງຫວຽດນາມ ຈະ​ຟື້ນ​ຕົວ​ເປັນ​ຢ່າງ​ດີ​ກ່ວາ. ລະອຽດຄື: ບັນດາ​ພື້ນຖານ​ເສດຖະກິ​ດອັນ​ດັບ​ໜຶ່ງ​ຍັງ​ຄົງ​ສືບ​ຕໍ່​ມີ​ການ​ເຕີບ​ໂຕ​ສູງ​ພໍ​ສົມຄວນ​ຄື: ຈີນ, ອາ​ເມ​ລິ​ກາ. ຄຽງ​ຄູ່​ກັນນັ້ນ, ພາກ​ພື້ນ​ບັນດາ​ປະ​ເທດ​ໃຊ້​ສະກຸນ​ເງິນ​ເອີ​ໂຣລວມ ​ເລີ່​ມ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຈາກ​ໜີ້​ສາທາລະນະ, ສືບ​ຕໍ່​ການ​ເຕີບ​ໂຕ​ປະມານ 1%. ຄາດວ່າ, ບັນດາ​ນະ​ໂຍບາຍ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດກໍ່​ໄດ້​ຮັບ​ການ​ຍູ້​ແຮງ​ກ່ວາ, ​ໂດຍ​ສະ​ເພາະ​ແມ່ນ​ອາ​ເມ​ລິ​ກາ, ຍີ່ປຸ່ນ​ ຈະ​ສຸມ​ໃສ່​ຕະຫຼາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້./.

 

ຂ່າວ/ບົດ​ອື່ນ