ເສດ​ຖະ​ກິດ ຫວຽດ​ນາມ ມີ​ການ​ເຕີບ​ໂຕ​ດີ​ພໍ​ສົມ​ຄວນ​ໃນ 6 ເດືອນ​ຕົ້ນ​ປີ 2021.

(VOVWORLD) -ໂດຍສືບຕໍ່ບັນດາໝາດຜົນສຳຄັນ ແລະ ມີຄວາມປະທັບໃຈໃນປີ 2020, ເສດຖະກິດມະຫາພາກ ຫວຽດນາມ ສືບຕໍ່ມີສະຖຽນລະພາບ, ການຜະລິດດຳເນີນທຸລະກິດໃນຊຸມເດືອນຕົ້ນປີ ຢູ່ໃນທ່າພັດທະນາຢ່າງຈະແຈ້ງ ແລະ ບັນລຸໄດ້ບັນດາໝາກຜົນທີ່ດີພໍຄວນ.
ເສດ​ຖະ​ກິດ ຫວຽດ​ນາມ ມີ​ການ​ເຕີບ​ໂຕ​ດີ​ພໍ​ສົມ​ຄວນ​ໃນ 6 ເດືອນ​ຕົ້ນ​ປີ 2021. - ảnh 1ການຜະລິດລິ້ນຈີສົ່ງອອກ (ພາບ: NL)

ຕາມນັ້ນແລ້ວ, GDP ໄຕມາດທີ II/2021 ຂອງຫວຽດນາມ ເພີ່ມຂຶ້ນ 6,61% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້. ໄລ່ລວມ, GDP  6 ເດືອນ ຕົ້ນປີ 2021 ເພີ່ມຂຶ້ນ 5,64% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ຕາມຜູ້ຕາງໜ້າກົມໃຫຍ່ສະຖິຕິແລ້ວ, ໃນສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນ, ການເຕີບໂຕພື້ນຖານເສດຖະກິດໄດ້ຮັກສາຢູ່ໃນລະດັບ 5,64% ແລະ ນີ້ແມ່ນການເຕີບໂຕດີພໍສົມຄົນເມື່ອທຽບໃສ່ກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ, ເສດຖະກິດມະຫາພາກມີສະຖຽນລະພາບ, ໄພເງິນເຟີ້ໄດ້ຮັບການຄວບຄຸມຢູ່ໃນລະດັບຕ່ຳ.

ຄວາມຕ້ອງການ ແລະ ການສະໜອງສິນຄ້າພາຍໃນປະເທດ ໄດ້ຮັບປະກັນ, ການເຄື່ອນໄຫວຊື້ຂາຍສິນຄ້າ, ນຳໃຊ້ ແລະ ສົ່ງອອກເພີ່ມຂຶ້ນສູງ. ວົງເງິນສົ່ງອອກໃນ 6 ເດືອນຕົ້ນປີ ກໍ່ບັນລຸໄດ້ 157, 63ຕື້ USD, ເພີ່ມຂຶ້ນ 28,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.

ຕອບກັບ

ຂ່າວ/ບົດ​ອື່ນ