(vovworld)- ເນື່ອງໃນໂອກາດສະເຫລີມສະຫລອງ 70 ປີແຫ່ງວັນສ້າງຕັ້ງຂະແຫນງຕຳຫລວດປະຊາຊົນ(19/8/1945-19/8/2015), ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ມີບົດຂຽນດ້ວຍຫົວຂໍ້ວ່າ: ເພີ່ມທະວີການຊີ້ນຳນຳພາຂອງພັກ, ເສີມຂະຫຍາຍກຳລັງແຮງສັງລວມ, ປະຕິບັດວຽກງານປົກປັກຮັກສາຄວາມສະຫງົບປອດໄພແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ”. ໃນບົດຂຽນ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເນັ້ນຫນັກວ່າ: ພຶດຕິກຳ ໃນ 70 ປີແຫ່ງການກໍ່ສ້າງ, ຕໍ່ສູ້ ແລະ ເຕີບໃຫຍ່ຂອງກຳລັງຕຳຫລວດປະຊາຊົນ ໄດ້ຢືນຢັນ ມູນເຊື້ອອັນດີງາມ, ຄຸນນະທາດປະຕິວັດ, ກຳລັງແຮງຕໍ່ສູ້ຢ່າງພິລະອາດຫານ, ຊື່ງແມ່ນກຳລັງປະກອບອາວຸດຫລັກແຫລ່ງ, ໄວ້ເນື້ອເຊື່ອໃຈ ແລະ ຫວັງວ່າ ກຳລັງຕຳຫລວດຈະສືບຕໍ່ເສີມຂະຫຍາຍຄຸນນະທາດປະຕິວັດ ແລະ ມູນເຊື້ອອັນດີງາມດັ່ງກ່າວ ອອກແຮງສູ້ຊົນກໍ່ສ້າງກຳລັງຕຳຫລວດປະຊາຊົນປະຕິວັດ ເປັນກຳລັງຫລວງ ຍອດຢ້ຽມ ທັນສະໄຫມເທື່ອລະກ້າວ.