ເສີມຂະຫຍາຍບົດບາດຂອງຜູ້ມີອິດທິພົນຊື່ສຽງໃນປະຊາຄົມບັນດາເຜົ່າຫວຽດນາມ


ເສີມຂະຫຍາຍບົດບາດຂອງຜູ້ມີອິດທິພົນຊື່ສຽງໃນປະຊາຄົມບັນດາເຜົ່າຫວຽດນາມ - ảnh 1

ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາ

​(vovworld) – ພັກ​ກອມ​ມູນິດ​ຫວຽດນາມ, ອຳນາດ​ການ​ປົກຄອງ, ​ແນວ​ໂຮມ​ປະ​ເທດ​ຊາດ​ທຸກ​ຂັ້ນ​ກຳນົດ​ວ່າ ການເສີມ​ຂະຫຍາຍ​ບົດບາດ​ຂອງ​ຜູ້​ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ປະຊາ​ຄົມ​ບັນ​ດາ​ເຜົ່າ​ຫວຽດນາມ ​ແມ່ນ​ເນື້ອ​ໃນ​ສຳຄັນ, ມີ​ຄວາມ​ໝາຍ​ດ້ານ​ການ​ເມືອງ​ທີ່​ໃຫຍ່​ຫຼວງ, ປະກອບສ່ວນ​ກໍ່ສ້າງ​ລະບົບ​ການ​ເມືອງ ຮາກ​ຖານ​ຢ່າງ​ໝັ້ນຄົງ​ເຂັ້ມ​ແຂງ, ພິ​ເສດ​ແມ່ນ​ເພີ່ມ​ທະວີ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ທີ່​ການ​ໂອ້​ລົມ​ສົນ​ທະນາ “ການເສີມ​ຂະຫຍາຍ​ບົດບາດ​ຂອງ​ຜູ້​ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ປະຊາ​ຄົມ​ບັນ​ດາ​ເຜົ່າ​ຫວຽດນາມ ທີ່​ມີ​ຕໍ່​ວຽກ​ງານ​ກໍ່ສ້າງ, ປັບປຸງກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ“ ​ເຊິ່ງຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 19/11, ຢູ່​ບ້ານ​ວັດທະນະທຳ - ທ່ອງ​ທ່ຽວ​ບັນດາ​ເຜົ່າ​ຫວຽດນາມ, ຢູ່​ຮ່າ​ໂນ້ຍ. ທ່ານ​ນາງ ຮ່າ​ທິລຽນ, ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

ຜູ້​ມີ​ອິດ​ທິພົນ​ຊື່​ສຽງ ​ແມ່ນ​ບັນດາ​ຜູ້​ທີ່​ມີ​ບົດບາດ​ສຳຄັນ, ຕັ້ງໜ້າ ​ເພື່ອ​ເຊື່ອມ​ຕໍ່​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ຊາວ​ຊົນ​ເຜົ່າ ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ບັນດາ​ແບບຢ່າງ​ທີ່​ດີ​ເດັ່ນ​ຂອງ​ຜູ້​ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ປະຊາ​ຄົມ​ບັນດາ​ເຜົ່າ ​ແມ່ນ​ບັນດາ​ແກ່ນສານ​ທີ່​ຕັ້ງໜ້າ​ເພື່ອ​ຂົນຂວາຍ​ປະຊາຊົນ​ກໍ່ສ້າງ​ຊີວິດ​ໃໝ່, ຕັ້ງ​ຖີ່​ນຖານ​ຄົງ​ທີ່, ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ເສີມ​ຂະຫຍາຍ​ສີສັນ​ວັດທະນະທຳ​ຊົນ​ເຜົ່າ, ​ເຂົ້າ​ຮ່ວມ​ການ​ຜະລິດ, ສ້າງ​ບ້ານ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ ນັບ​ທັງ​ດ້ານ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ສັງຄົມ..

ທີ່​ການ​ໂອ້​ລົມ​ສົນທະນາ, ບັນດາ​ຜູ້​ແທນ​ໄດ້​ປະກອບ​ຫຼາຍ​ຄວາມ​ເຫັນ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຜູ້​ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ປະຊາ​ຄົມ, ສ້າງ​ເງື່ອນ​ໄຂ​ໃຫ້​ຜູ້​ມີ​ອິດ​ທິພົນ​ຊື່​ສຽງພັດທະນາ​ການ​ຜະລິດ, ປັບປຸງ​ຊີວິດ​ການ​ເປັນ​ຢູ່, ໜູນ​ຊ່ວຍ​ດ້ານ​ການ​ເງິນ ​ເພື່ອ​ລະດົມ​ກຳລັງ​ໃຈ, ສົ່ງ​ເສີມ​ຈິດ​ໃຈ​ຂອງ​ຜູ້​ມີ​ອິດ​ທິພົນ​ຊື່​ສຽງ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ເຂົາ​ເຈົ້າ​ແລກປ່ຽນ​ບົດຮຽນ.

 

ຂ່າວ/ບົດ​ອື່ນ