ເສີມຂະຫຍາຍບົດບາດຂອງ ການຕ່າງປະເທດຫຼາຍຝ່າຍ ໃນການສ້າງສາແລະ ພັດທະນາປະເທດຊາດ
ຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: vov)
(vovworld) – ຕອນເຊົ້າວັນທີ 12/8, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ໄດ້ເຂົ້າຮ່ວມກອງປະຊຸມການຕ່າງປະເທດຫຼາຍຝ່າຍສັດຕະວັດທີ 21 ແລະ ສະເໜີນະໂຍບາຍສຳລັບຫວຽດນາມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ໃຫ້ຂໍ້ສັງເກດວ່າ, ການຕ່າງປະເທດຫຼາຍຝ່າຍນັບມື້ນັບຢັງຢືນບົດບາດ, ທີ່ຕັ້ງຂອງຕົນໃນຊີວິດການເມືອງ-ເສດຖະກິດ-ການຕ່າງປະເທດຂອງໂລກ ແລະ ກໍ່ແມ່ນພາກສ່ວນສຳຄັນໃນນະໂຍບາຍການຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບໂລກຂອງຫວຽດນາມ. ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ເນັ້ນໜັກວ່າ, ການຕ່າງປະເທດຂອງຫວຽດນາມ, ໃນນັ້ນມີການຕ່າງປະເທດຫຼາຍຝ່າຍໄດ້ປະກອບສ່ວນຢ່າງໃຫ່ຍຫຼວງໃຫ້ແກ່ ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ຊີ້ແຈ້ງວ່າ, ບົນພື້ນຖານບັນດາແຜນນະໂຍບາຍຂອງພັກ ແລະ ທ່າອ່ຽງລວມຂອງໂລກ, ຕ້ອງກຳນົດການຕ່າງປະເທດຫຼາຍຝ່າຍແມ່ນພາກສ່ວນສຳຄັນໃນນະໂຍບາຍການ ຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບໂລກຂອງຫວຽດນາມ. ບັນດາລະບອບ, ບັນດາເວທີປາໄສຫຼາຍຝ່າຍແມ່ນບ່ອນທີ່ ຫວຽດນາມ ປົກປັກຮັກສາ ແລະ ຊຸກຍູ້ບັນດາຜົນປະໂຫຍດຈາກຄວາມສະຫງົບ ແລະ ການພັດທະນາ, ຍົກສູງທີ່ຕັ້ງບົດບາດຂອງຕົນບົນພື້ນຖານມີຄວາມກົມກ່ຽວດ້ານຜົນປະໂຫຍດລວມ, ພ້ອມກັນແກ້ໄຂບັນດາການທ້າທາຍທ່ົວໂລກ ແລະ ກໍ່ສ້າງການພົວພັນຄູ່ຮ່ວມມືສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດບົນພື້ນຖານຍົກສູງບົດບາດຂອງກົດໝາຍສາກົນ. ພ້ອມກັນນັ້ນ, ນີ້ກໍ່ແມ່ນບ່ອນທີ່ ຫວຽດນາມ ສະແດງຈິດໃຈ “ຫວຽດນາມ ແມ່ນເພື່ອນມິດ, ຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈ ແລະ ແມ່ນສະມາຊິກມີຄວາມຮັບຜິດຊອບໃນປະຊາຄົມໂລກ”. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ, ຢືນຢັນວ່າ:
“ໃນພາລະກິດປົກປັກຮັກສາອະທິປະໄຕຂອງປະເທດຊາດ, ພິເສດແມ່ນໃນສະພາບການທະເລຕາເວັນອອກໃນປະຈຸບັນ, ພວກເຮົາຕ້ອງຖືບົດບາດ, ສຽງເວົ້າຂອງບັນດາອົງການ ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນສະຫະປະຊາຊາດ, ອາຊຽນ, ຂະບວນການບໍ່ຮ່ວມກຸ່ມເປັນສຳຄັນ. ດ້ວຍຄວາມສະມັກຄີ, ສະໜັບສະໜູນຢ່າງແຮງຈາກເພື່ອນມິດສາກົນຢູ່ບັນດາເວທີປາໄສຫຼາຍຝ່າຍທີ່ມີຕໍ່ຫຼັກໝັ້ນເປັນທຳຂອງ ຫວຽດນາມ ໄດ້ປະກອບສ່ວນສຳຄັນ ເພື່ອຍົກສູງແຜນນະໂຍບາຍແກ້ໄຂຄວາມຂັດແຍ້ງກັນຜ່ານບັນດາມາດຕະການດ້ວຍສັນຕິວິທີບົນພື້ນຖານເຄົາລົບກົດໝາຍສາກົນ, ບັນດາຫຼັກການກ່ຽວກັບການປະພຶດຂອງພາກພື້ນ, ບໍ່ນຳໃຊ້ກຳລັງອາວຸດ ຫຼື ນາບຂູ່ນຳໃຊ້ກຳລັງອາວຸດ.”