ຕອນເຊົ້າວັນທີ 8/12, ຢູ່ແຂວງ ອັດຕະປຶ, ເວທີປາໄສຊາວໜຸ່ມ ເຂດ 3 ຫລ່ຽມ ພັດທະນາ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ (ຫລື CLV) ໄດ້ປຶກສາຫາລືບັນດາຫົວເລື່ອງສະເພາະ ກ່ຽວກັບບົດບາດຂອງຊາວໜຸ່ມໃນເຂດ ໃນການເສີມຂະຫຍາຍນ້ຳໃຈສະມັກຄີ, ການຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ແລະ ເປັນເພື່ອນທີ່ດີຂອງກັນ, ບົດບາດຂອງຊາວໜຸ່ມໃນການປະກອບສ່ວນພັດທະນາວິຊາຊີບ ແລະ ຫລຸດຜ່ອນຄວາມທຸກຍາກ, ບົດບາດຂອງຊາວໜຸ່ມໃນການສົ່ງເສີມ ເພື່ອໃຫ້ ເຂດ 3 ຫລ່ຽມພັດທະນາກາຍເປັນເຂດທ່ອງທ່ຽວທີ່ເປັນເອກະລັກສະເພາະໃຫ້ແກ່ລຸ້ມໜຸ່ມ. ສິ້ນສຸດເວທີປາໄສ, 2 ຝ່າຍໄດ້ລົງນາມໃນຖະແຫລງການຮ່ວມຢັ້ງຢືນການເພິ່ມທະວີເປີດກ້ວາງການຮ່ວມມືຂອງຊາວໜຸ່ມໃນຫຼາຍຂົງເຂດ ຈາກສູນກາງ ລົງຮອດທ້ອງຖິ່ນ.