ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ເມື່ອເຂົ້າຮ່ວມການເລືອກຕັ້ງ
(VOVWORLD) - ຕອນເຊົ້າວັນທີ 13 ມັງກອນ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝິນ, ປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມ, ຮອງປະທານສະພາເລືອກຕັ້ງແຫ່ງຊາດ, ຫົວໜ້າຄະນະຊີ້ນຳ ໄດ້ເປັນປະທານວາລະປະຊຸມທຳອິດ ຄະນະຊີ້ນຳວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 15 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026.
ທ່ານ ເຈິ່ນແທັງເໝິນ, ປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: qdnd.vn) |
ກ່າວຄຳເຫັນນະທີ່ນີ້, ທ່ານ ເຈິ່ນແທັງເໝິນ ເນັ້ນໜັກວ່າ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ແມ່ນຮູບການເລືອກຕັ້ງໂດຍກົງ, ປະຊາທິປະໄຕ. ນີ້ແມ່ນເຫດການການເມືອງສຳຄັນຂອງປະເທດຊາດ, ແມ່ນແຫ່ງເພື່ອໃຫ້ຜູ້ມີສິດເລືອກຕັ້ງເສີມຂະຫຍາຍສິດ ແລະ ພັນທະຂອງພົນລະເມືອງ, ເລືອກເຟັ້ນເອົາຜູ້ດີເດັ່ນ ແລະ ເໝາະສົມ ເພື່ອຕາງໜ້າໃຫ້ແກ່ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາ, ສິດເປັນເຈົ້າຂອງຕົນໃນອົງການສິດອຳນາດຂອງລັດຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໃນການກໍ່ສ້າງລັດແຫ່ງກົດໝາຍສັງຄົມນິຍົມຫວຽດນາມຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນໃຫ້ສົມບູນແບບ.
ຄາດວ່າ, ວັນທີ 5 ກຸມພາ 2021 ຈະດຳເນີນກອງປະຊຸມປຶກສາຫາລືຄັ້ງທີ 1 ລະຫວ່າງຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ກັບບັນດາອົງການຈັດຕັ້ງພາຄີ ເພື່ອຕົກລົງກ່ຽວກັບໂຄງປະກອບ, ພາກສ່ວນ, ຈຳນວນຜູ້ໄດ້ຮັບການສະເໜີອອກສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ.