ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ແລະ
ທ່ານປະທານຄະນະກຳມະການເອີລົບ Jose Manuel Durao Barroso
(ພາບ: VGP)
(vovworld) – ໃນຂອບເຂດລາຍການຢ້ຽມຢາມສະຫະພາບເອີລົບ (EU) ຢ່າງເປັນທາງການ, ຄໍ່າຄືນວັນທີ 13/10 (ຕາມເວລາຫວຽດນາມ), ຢູ່ສຳນັກງານຄະນະກຳມະການເອີລົບ ທີ່ບຣຸກແຊນ, ປະເທດແບນຊິກ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ດຳເນີນການເຈລະຈາກັບທ່ານປະທານຄະນະກຳມະການເອີລົບ Jose Manuel Durao Barroso ກ່ຽວກັບການເພີ່ມທະວີການພົວພັນຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ EU. ການນຳ 2 ທ່ານໄດ້ສະແດງຄວາມເພິງພໍໃຈຕໍ່ບັນດາບາດກ້າວພັດທະນາຢ່າງວ່ອງໄວ ແລະ ຕັ້ງໜ້າໃນການພົວພັນຮ່ວມມືລະຫວ່າງຫວຽດນາມ - EU ໃນໄລຍະຜ່ານມາ, ໂດຍສະເພາະແມ່ນເລື່ອງ EU ກາຍເປັນຄູ່ຮ່ວມມືອັນດັບໜຶ່ງຂອງຫວຽດນາມ ໃນຫຼາຍຂົງເຂດ. ກ່ຽວກັບສັນຍາການຄ້າເສລີລະຫວ່າງຫວຽດນາມ - EU, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເນັ້ນໜັກທີ່ກອງປະຊຸມຂ່າວພາຍຫຼັງການເຈລະຈາ.
“ທ່ານປະທານ EC Jose Manuel Durao Barroso ແລະ ຂ້າພະເຈົ້າພ້ອມກັນຕີລາຄາວ່າ ນີ້ແມ່ນສັນຍາສຳຄັນ, ສາມາດຊ່ວຍໃຫ້ທັງ 2 ຝ່າຍແກ້ໄຂບັນດາສິ່ງທ້າທາຍດ້ານເສດຖະກິດຄືໃນປະຈຸບັນ ແລະ ໃນອະນາຄົດ. ພວກຂ້າພະເຈົ້າໄດ້ເຫັນດີສຳເລັດການເຈລະຈາ ເພື່ອສາມາດລົງນາມໃນສັນຍາການຄ້າເສລີຫວຽດນາມ - EU ໃນຊຸມເດືອນຈະມາເຖິງ ດ້ວຍຈຸດໝາຍບັນລຸໄດ້ສັນຍາຂະໜາດໃຫຍ່, ໃນນັ້ນຄິດໄລ່ເຖິງຄວາມຜິດໂຕນກ່ຽວກັບລະດັບການພັດທະນາ ແລະ ສະຫງວນການເຄື່ອນໄຫວຢ່າງມິໄຫວພິບໃຫ້ແກ່ຫວຽດນາມ”.
ສິ້ນສຸດການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ແລະ ທ່ານປະທານຄະນະກຳມະການເອີລົບ Jose Manuel Durao Barroso ໄດ້ເປັນສັກຂີພິຍານ ພິທີລົງນາມບ້ວງເງິນອຸປະຖຳທີ່ມີມູນຄ່າ 400 ລ້ານ EUR ຂອງຄະນະກຳມະການເອີລົບ ທີ່ສະຫງວນໃຫ້ແກ່ຫວຽດນາມ ໄລຍະ 2014 – 2020 ແລະ ອອກຖະແຫຼງການກ່ຽວກັບກຳນົດທິດສິ້ນສຸດການເຈລະຈາສັນຍາການຄ້າເສລີຫວຽດນາມ - ສະຫະພາບເອີລົບ.
ແລະກໍ່ໃນຄໍ່າຄືນວັນດຽວກັນ (ຕາມເວລາຫວຽດນາມ), ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ມີການພົບປະກັບທ່ານປະທານສະພາເອີລົບ Herman Van Rompuy. ທ່ານປະທານສະພາເອີລົບ ຢືນຢັນຫຼັກໝັ້ນຂອງ EU ແມ່ນສະໜັບສະໜູນການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນວິທີ ບົນພື້ນຖານກົດໝາຍສາກົນ.
(ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ພົບປະກັບ
ທ່ານນາງ Sabine De Bethune ແລະ ທ່ານນາງ Francoise Schepmans)
ທີ່ການພົບປະເຈລະຈາກັບທ່ານນາງປະທານສະພາສູງແບນຊິກ Sabine De Bethune ແລະ ທ່ານນາງຮອງປະທານສະພາຕໍ່າແບນຊິກ Francoise Schepmans. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ແລະ ການນຳລັດຖະສະພາແບນຊິກ 2 ທ່ານ ໄດ້ເປັນເອກະພາບວ່າ 2 ປະເທດຄວນເພີ່ມທະວີການຮ່ວມມືໃນທຸກຂົງເຂດ ແລະ ໃນທຸກຂັ້ນ; ຍູ້ແຮງການຮ່ວມມືພັດທະນາ ແລະ ເພີ່ມທະວີການແລກປ່ຽນການຄ້າ, ການລົງທຶນ 2 ຝ່າຍ.
ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ໄປຢ້ຽມຢາມສຳນັກງານບໍລິຫານນະຄອນບຣຸກແຊນ. ເຈົ້າຄອງນະຄອນບຣຸກແຊນ Ivan Mayeur ຢືນຢັນພ້ອມແລ້ວທີ່ຈະປະກອບສ່ວນຫຼາຍກວ່າອີກເຂົ້າໃນການຮ່ວມມື ລະຫວ່າງຫວຽດນາມ - ແບນຊິກ, ກໍຄືການພົວພັນລະຫວ່າງຫວຽດນາມ - EU.
ຮຸ່ງເຊົ້າວັນທີ 14/10 (ຕາມເວລາຫວຽດນາມ), ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ມີການພົບປະກັບຜູ້ວ່າການປະຊາຄົມຊາວແບນຊິກ ເວົ້າພາສາຝລັ່ງ Rudy Demotte ແລະ ທ່ານປະທານລັດຖະສະພາປະຊາຄົມຊາວແບນຊິກ ເວົ້າພາສາຝລັ່ງ Jean Charles Luperto. ທ່ານປະທານລັດຖະສະພາປະຊາຄົມຊາວແບນຊິກ ເວົ້າພາສາຝລັ່ງ Jean Charles Luperto ຖືວ່າ, 2 ຝ່າຍສາມາດເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ເປັນມູນເຊື້ອຄື ວັດທະນະທຳ, ສອນພາສາຝລັ່ງ ແລະ ບັນດາຂົງເຂດໃໝ່ຄື ການຮ່ວມມືລະຫວ່າງບັນດາມະຫາວິທະຍໄລ, ຮ່ວມມືບຳລຸງສ້າງວິຊາຊີບ…