ເຫດການເຮືອບິນການທະຫານລັດເຊຍຕົກ:ຈັດຕັ້ງພິທີໄວ້ທຸກລະດັບຊາດໃນວັນທີ 26/12

ເຫດການເຮືອບິນການທະຫານລັດເຊຍຕົກ:ຈັດຕັ້ງພິທີໄວ້ທຸກລະດັບຊາດໃນວັນທີ 26/12 - ảnh 1
ທ່ານ​ປະທານ​າທິບໍດີ ລັດ​ເຊຍ Vladimir Putin
(ພາບ: EPA/TTXVN)

(vovworld) – ​ ທ່ານ​ປະທານ​າທິບໍດີ ລັດ​ເຊຍ Vladimir Putin ຖະ​ແຫຼ​ງວ່າ ວັນ​ທີ 26/12 ລັດ​​ເຊຍ ຈັດ​ຕັ້ງ​ພິທີ​ໄວ້​ທຸກ​ລະດັບ​ຊາດ​​ໃຫ້​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ໃນ​ເຫດການ​ເຮືອບິນ​ການ​ທະຫານ Tu – 154 ຖືກ​ຕົກຢູ່​ທະ​ເລ​ດຳ​ໃນ​ຕອນ​ເຊົ້າວັນ​ທີ 25/12. ຖະ​ແຫຼ​ງການ​ດັ່ງກ່າວ​ໄດ້​ຍົກ​ອອກ​ພາຍຫລັງ​ກະຊວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ ຮັບ​ຮູ້​ວ່າ ບໍ່​ມີ​ໃຜລອດ​ຊີວິດ​ໃນ​​ເຫດການ​ ດັ່ງກ່າວ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ​ປະທານາທິບໍດີ Putin ກໍ່​ຢືນຢັນສາຍ​ເຫດ​ທີ່​ພາ​ໃຫ້​ເຮືອບິນ​ຕົກ ​ແມ່ນຈະ​ໄດ້​ສຳ​ຫລວດ​ກວດກາ​ລະອຽດ, ຍາດຕິ​ພີ່ນ້ອງ​ຂອງ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈະ​ໄດ້​ຮັບ​ການ​ໜູນຊ່ວຍ.

        ກະຊວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ ​ໃຫ້​ຮູ້​ວ່າ ​ເຮືອບິນບັນທຸກ​ຜູ້​ໂດຍສານ 92 ຄົນ ​ແລະ ປະຈຸ​ບັນ​ໄດ້​ຊອກ​​ເຫັນຊາກ​ສົບ 7 ຄົນ​ແລ້ວ.

        ​ເຮືອບິນ Tu – 154 ຂອງ ລັ​ດ​ເຊຍ ຖືກ​ຕົກ​ບົນ​ທະ​ເລ​ດຳ​ໃນ​ວັນ​ທີ 25/12, ການ​ນຳ​ຫລາຍ​ປະ​ເທດ​ໄດ້​ແບ່ງປັນ​ຄວາມ​​ເສົ້າສະຫລົດ​ໃຈ ລັດ​ເຊຍ, ​ໃນ​ນັ້ນມີ​ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ປ້ອງ​ກັນ​ປະ​ເທດ ຕວກກີ, ປະ​ທານາ​ທິບໍດີ Armenia, ຄະນະ​ເລຂາ​ອົງການ​ຮ່ວມ​ມື ຊຽງ​ໄຮ່.

 

 

ຂ່າວ/ບົດ​ອື່ນ