ເຫດການເຮືອບິນການທະຫານລັດເຊຍຕົກ
(ພາບປະກອບ)
(vovworld) - ຕາມສຳນັກຂ່າວສານ Interfax ຂອງລັດເຊຍ ແລ້ວ, ກ່ອນທີ່ເຮືອບິນການທະຫານ ລັດເຊຍ Tu-154 ຖືກຕົກ. ຈຸບິນບໍ່ອອກແຈ້ງການໃດທີ່ຜິດປົກກະຕິເທື່ອ. ອາກາດຢູ່ເຂດ Sochi ສະດວກໃຫ້ແກ່ການເຄື່ອນໄຫວດ້ານການບິນ. ໃນຂະນະນັ້ນ, ກະຊວງປ້ອງກັນປະເທດ ແລະ ກະຊວງສະພາວະສຸກເສີນຂອງ ລັດເຊຍ ໄດ້ຢັ້ງຢືນວ່າ, ບັນດາສະເກັດທີ່ຊອກເຫັນໄດ້ໃນເຂດທະເລດຳແມ່ນຂອງເຮືອບີນທີ່ຫາຍສາບສູນ. ນອກນັ້ນເຄື່ອງເດີນທາງຂອງຜູ້ໂດຍສານກໍ່ຖືກພົບເຫັນບົນທະເລດັ່ງກ່າວ. ບັນດາກຳລັງກູ້ໄພກູ້ຊີບທ້ອງຖີ່ນໃຫ້ຮູ້ວ່າ, ມາຮອດປະຈຸບັນບໍ່ທັນຄົ້ນພົບກໍລະນີໃດລອດຕາຍ.
ວັນທີ 25/12, ໂທລະພາບ ລັດເຊຍ ໃຫ້ຂ່າວວ່າ, ສະຖານີຄວບຄຸມການຈະລາຈອນທາງອາກາດປະເທດນີ້ ຂາດການຕິດຕໍ່ກັບເຮືອບິນ Tu-154. ນີ້ແມ່ນເຮືອບິນຂອງກະຊວງປ້ອງກັນປະເທດ ລັດເຊຍ, ບີນຈາກນະຄອນ Sochu ເຖິງແຂວງ Latakia ຢູ່ຊີຣີ, ດ້ວຍຜູ້ໂດຍສານ 82 ຄົນ ແລະ ຈຸບິນ 10 ຄົນ. ເຮືອບິນດັ່ງກ່າວຫາຍສາບສູນພາຍຫຼັງບິນໄດ້ 20 ນາທີ.
ປະຈຸບັນບັນດາກຳລັງກ່ຽວຂ້ອງພ້ອມກັບກຳ່ປັ່ນ ແລະ ຍົນເອລີກອບແຕພວມຮີບເຮັ່ງຊອກຫາເຮືອບິນ Tu-154.