ເຫດບຸກໂຈມຕີກໍ່ການຮ້າຍຢູ່ສະຖານີລົດໄຟໃຕ້ດິນ St Petersburg ເຮັດໃຫ້ຫຼາຍຄົນເສຍຊີວິດແລະຮັບບາດເຈັບ

ເຫດບຸກໂຈມຕີກໍ່ການຮ້າຍຢູ່ສະຖານີລົດໄຟໃຕ້ດິນ St Petersburg ເຮັດໃຫ້ຫຼາຍຄົນເສຍຊີວິດແລະຮັບບາດເຈັບ - ảnh 1
​​​​​​ຢ່າງ​ໜ້ອຍ​ສຸດ​ມີ 11 ຄົນ​ເສ​ຍ​ຊີ​ວິດ ແລະ ເກືອບ 50 ຄົນ​ຖືກ​ຮັບ​ບາດ​ເຈັບ
ໃນ​ເຫດ​ລະ​ເບ​ີດ​ແຕກຢູ່ສະ​ຖາ​ນີ​ລົດ​ໄຟ St Petersburg
(ພາບ: AFP/TTXVN)

(vovworld) - ​​​​​​ຢ່າງ​ໜ້ອຍ​ສຸດ​ມີ 11 ຄົນ​ເສ​ຍ​ຊີ​ວິດ ແລະ ເກືອບ 50 ຄົນ​ຖືກ​ຮັບ​ບາດ​ເຈັບ ໃນ​ເຫດ​ລະ​ເບ​ີດ​ແຕກຢູ່ສະ​ຖາ​ນີ​ລົດ​ໄຟ St Petersburg, ໃນ​ຕອນ​ບ່າຍ​ວັນ​ທີ 03/04. ຄະ​ນະ​ກຳ​ມະ​ການ​ສື​ບ​ສວນ​ສະ​ຫະ​ພັນ​ລັດ​ເຊຍ ຖື​ເຫດ​ວາງ​ລະ​ເບີດ​ດັ່ງ​ກ່າວ​ແມ່ນ​ການ​ກະ​ທຳ​ກໍ່​ການ​ຮ້າຍ ວາງ​ສະ​ເບີດ​ສະ​ຫຼະ​ຊີບ. ປະ​ຈຸ​ບັນ, ອົງ​ການ​ສືບ​ສວນ​ລັດ​ເຊຍ ກຳ​ນົດ​ທີ 2 ເປົ້າ​ໝາຍ​ຖືກ​ສົງ​ໄສ​ກໍ່​ໃຫ້​ເກີດ​ເຫດ​ວາງ​ລະ​ເບີດ​ດັ່ງ​ກ່າວ ແລະ ພວມຊອກ​ຈັບ​. ຕາມນັ້ນ​ແລ້ວ, ເປົ້າ​ໝາຍ​ ໜຶ່ງ​ໄດ້​ຖືກຢັ້ງຢືນ​​ວ່າ​ແມ່ນ​​ຊາວ​ໜຸ່ມຄົນ​ໜຶ່ງ​ອາ​ຍຸ 23 ປີ, ເຊື້ອ​ຊາດອາ​ຊີ​ກາງ. ເປົ້າ​ໝາຍ​ຜູ້ນີ້​ມີ​ສ່ວນ​ກ່ຽວ​ຂ້ອງ​​ກັບບັນ​ດາ​ກຸ່ມ​ຊາວ​ມຸດ​ສະ​ລິມ​ຫົວ​ຮຸນ​ແຮງ, ພວມ​ເຄື່ອນ​ໄຫວ​ຢູ່​ເຂດ​ດິນ​ແດນ​ລັດ​ເຊ​ຍ. ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ St Petersburg ​ປະ​ກາດ​ການ​ໄວ້​ທຸກ​​ບັນ​ດ​າ​ຜູ້​ຖືກ​ເສຍ​ຊີ​ວິດເປັນ​ເວ​ລ​າ 3 ວັນ.

ຕໍ່​ໜ້າ​ການ​ກະ​ທຳ​ວາງ​ລະ​ເບີດກໍ່​ກາ​ນ​ຮ້າຍ​ດັ່ງ​ກ່າວ, ວັນ​ທີ 03/04, ປະ​ຊາ​ຄົມ​ສາໂລກ​ໄດ້​ມີ​ບັນ​ດາ​​ການແບ່ງ​ເປົາ​ຄວາມ​ເສົ້າ​ສະ​ຫຼົ​ດ​ໃຈ ແລະ ສະ​ແດງ​ຄວາມ​ສາ​ມັກ​ຄີ​ກັບ​ປະ​ຊາ​ຊົນ​ລັດ​ເຊ​ຍ. ໃນ​ແຈ້ງ​ການ​ໜຶ່ງ, ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ໄດ້​ແບ່ງ​ປັນ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ຕໍ່​ບັນ​ດາ​ຄອບ​​ຄົວ​ຜ​ູ້​ປະ​ສົບ​ເຄາະ​ຮ້າຍ, ກ​ໍ​ຄື​ປະ​ຊາ​ຊົນ ແລະ ລັດ​ຖະ​ບ​ານ​ລັດ​ເຊຍ. ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ເນັ້ນ​ໜັກ​ວ່າ, ຕ້ອງ​​ນຳ​ເອົາ​ຕົວ​ການ, ບັນ​ດາຜູ້​ວາງ​ແຜນ, ກໍ່​ຄື​ເປົ້າ​ໝາຍ​ອຸ​ປະ​ຖຳ​ໃຫ້​ບັນ​ດາ​ການ​ກະ​ທຳ​ກໍ່​ການ​ຮ້າຍ​​ຂຶ້ນ​ສານ​ດຳ​ເນີນ​ຄະ​ດີ.

ແລະ​ກໍ່​ໃນ​ວັນ​ດ​ຽວ​ກັນ, ສະ​ຫະ​ພາບ​ເອີ​ລົບ, ອາ​ເມ​ລິ​ກາ, ແດນ​ມາກ ກໍ່​ໄດ້​ແບ່ງ​ເປົາ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ເຖິງ​ບັນ​ດາ​ຄອບ​ຄົວ​ຜູ້​ປະ​ສົບ​ເຄາະ​ຮ້າຍ ແລະ ຫວັງ​ວ່າ ບັນ​ດາ​ຜູ້​ຮັບ​ບາດ​ເຈັບ​ຈະ​ຟື້ນ​ຟູ​ສຸ​ຂະ​ພາບໂດ​ຍ​ໄວ.

ໂດຍ​ໄດ້​ຮັບ​ຂ່າວ​ກ່ຽວ​ກັບ​ເຫດ​ວາງ​ລະ​ເບີ​ດ​ໃນ​ວັນ​ທີ 3/4 ຢູ່ສະ​ຖາ​ນີ​ລົດ​ໄຟ St Peterburg, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໄດ້​ສົ່ງ​ໂທ​ລະ​ເລກ​ໂດຍ​ແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ພັນ​ລັດ​ເຊຍ V. Putin


ຕອບກັບ

ຂ່າວ/ບົດ​ອື່ນ