(vovworld) – ວັນທີ 15/8, ຕຳຫຼວດ ກຳປູເຈຍ ຮັບຮູ້ວ່າ ມີລູກລະເບີດຜະລິດເອງໜ່ວຍໜຶ່ງໄດ້ລະເບີດຂຶ້ນຢູ່ພາຍນອກຫ້ອງການຂອງພັກປະຊາຊົນ ກຳປູເຈຍ (CPP) ກຳອຳນາດ ຢູ່ເມືອງ Kong Pisey, ຂຶ້ນກັບແຂວງ Kampong Speu ໃນຕອນຄຳ່ວັນທີ 14/8, ແຕ່ບໍ່ມີການລົ້ມຫາຍຕາຍຈາກ. ຫົວໜ້າກອງບັນຊາການຕຳຫຼວດເມືອງ Kong Pisey, ທ່ານ Khem Pannara ກຳນົດວ່າ ຈຸດປະສົງຂອງຕົວການແມ່ນກໍ່ຄວາມສັບສົນວຸ້ນວາຍໃນສັງຄົມ ແຕ່ຕຳຫຼວດບໍ່ທັນກຳນົດໄດ້ຊື່ ແລະ ນາມສະກຸນຂອງຕົວການ ແລະ ວຽກງານສືບສວນພວມໄດ້ຮັບການຜັນຂະຫຍາຍ.
ນີ້ແມ່ນເຫດວາງລະເບີດທີ 2 ຢູ່ ກຳປູເຈຍ ພາຍຫຼັງດຳເນີນການເລືອກຕັ້ງເມື່ອວັນທີ 28/7 ຜ່ານມາ, ໃນນັ້ນພັກ CPP ຂອງນາຍົກລັດຖະມົນຕີ Hun Sen ຍາດໄດ້ໄຊຊນະ, ແຕ່ພັກກູໄພ (CNRP) ໄດ້ຄັດຄ້ານໝາກຜົນນີ້, ພ້ອມທັງກ່າວຫາມີການລະເມີດຫຼາຍຢ່າງໃນວິວັດການເລືອກຕັ້ງ.