ເຫດແຜ່ນດິນໄຫວຢູ່ ຕວັກກີ ແລະ ຊີຣີ: ຕວັກກີ ປະກາດສະພາວະສຸກເສີນຢູ່ 10 ແຂວງ
(VOVWORLD) -ວັນທີ 07 ກຸມພາ, ທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan ໄດ້ປະກາດສະພາວະສຸກເສີນເປັນເວລາ 3 ເດືອນ ຢູ່ 10 ແຂວງທາງທິດຕາເວັນອອກສ່ຽງໃຕ້ ຍ້ອນຖືກຜົນກະທົບຢ່າງໜັກໜ່ວງຈາກເຫດແຜ່ນດິນໄຫວ ທີ່ມີຄວາມແຮງເຖິງ 7,8 ຣິກເຕີ ໃນຕອນເຊົ້າວັນທີ 06 ກຸມພາ.
ອົງການອະນາໄມໂລກ (WHO) ຄາດວ່າ ຈຳນວນຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວຢູ່ຕວັກກີ ແລະ ຊີຣີ ອາດຈະເພີ່ມຂຶ້ນເຖິງ 20.000 ຄົນ (ພາບ: TTXVN) |
ການນຳຕວັກກີ ຢັ້ງຢືນວ່າ ການຕົກລົງປະກາດສະພາວະສຸກເສີນ ແມ່ນເພື່ອແນໃສ່ສ້າງເງື່ອນໄຂສະດວກຢ່າງສຸດຂີດແກ່ວຽກງານກູ້ໄພກູ້ຊີບ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວນີ້. ຕາມນັ້ນແລ້ວ, ມີຫຼາຍມາດຕະການຮີບດ່ວນຈະໄດ້ປະຕິບັດເພື່ອນຳກຳລັງຊ່ວຍເຫຼືອມະນຸດສະທຳ ແລະ ໜູນຊ່ວຍດ້ານການເງິນໃຫ້ແກ່ປະຊາຊົນ ແລະ ອຳນາດການປົກຄອງທ້ອງຖິ່ນທີ່ປະສົບເຄາະຮ້າຍ ຢ່າງວ່ອງໄວ ແລະ ທັນການ.
ຕາມບົດລາຍງານຫຼ້າສຸດ, ໄລ່ຮອດ 11 ໂມງເຊົ້າວັນທີ 8 ກຸມພາ (ຕາມເວລາ UTC), ມີຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວຢູ່ ຕວັກກີ ແລະ ຊີຣີ ແມ່ນຫຼາຍກວ່າ 11.200 ຄົນ. ບັນດາອົງການມີໜ້າທີ່ຮັບຜິດຊອບມີຄວາມວິຕົກກັງວົນຕໍ່ຈຳນວນຜູ້ເສຍຊີວິດຈະສືບຕໍ່ເພີ່ມຂຶ້ນຢ່າງໄວວາ. ອົງການອະນາໄມໂລກ (WHO) ຄາດວ່າ ຈຳນວນຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວຢູ່ຕວັກກີ ແລະ ຊີຣີ ອາດຈະເພີ່ມຂຶ້ນເຖິງ 20.000 ຄົນ.
ປັດຈຸບັນ, ວຽກງານກູ້ໄພກູ້ຊີບ ພວມໄດ້ດຳເນີນຢ່າງຮີບດ່ວນ, ແຕ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນເງື່ອນໄຂອາກາດໜາວຈັດ ພ້ອມກັບເລື່ອງເກີດຝົນຕົກໜັກ.